ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ປຣະສູດ (ເກີດ)

Cr. google image
ປຣະສູດ

     ເຈົ້າຊາຍສິດທັດຖະ ເປັນລູກຊາຍຂອງ ພຣະເຈົ້າສຸດໂທທະນະ ກະສັດຜູ້ປົກຄອງເມືອງກະບິນລະພັດ ແຄວ້ນສັກກະ ແລະ ພຣະນາງສິຣິມະຫາມາຍາ ລູກສາວຂອງກະສັດແຫ່ງເມືອງເທວະທະຫະ ແຄວ້ນໂກລິຍະ ປະສູດໃນວັນສຸກ ຂື້ນ 15 ຄ່ຳ ເດືອນ 6 ປີຈໍ ທີ່ສວນລຸມພິນີວັນ (ປັດຈະບັນຢູ່ໃນປະເທດເນປານ) ໃນຂະນະທີ່ມານດາຂອງພຣະອົງກຳລັງເດີນທາງໄປເມືອງເທວະທະຫະ ເພື່ອປະສູດລູກຕາມທຳນຽມ.

     ອະສິຕະດາບົດ ລືສີທີ່ອາໄສຢູ່ຂ້າງພູເຂົາຫິມະພານ ເຊິ່ງເປັນທີ່ເຄົາຣົບບູຊາຂອງພຣະເຈົ້າສຸດໂທທະນະ ໄດ້ຍິນຂ່າວການປະສູດດັ່ງກ່າວ ຈິ່ງໄດ້ອອກເດີນທາງມາຢ້ຽມຢາມທີ່ພຣະຣາຊະວັງເພື່ອຖວາຍພອນ. ພໍແຕ່ເຫັນເຈົ້າຊາຍສິດທັດຖະ, ທ່ານລືສີກໍໄດ້ທຳກິຣິຍາຜິດວິໄສສະມະນະ 3 ຢ່າງຄືຍີ້ມ ຫົວແລ້ວຮ້ອງໄຫ້ ພ້ອມທັງກົ້ມກຣາບລົງພຣະບາດຂອງເຈົ້າຊາຍສິດທັດຖະ ເປັນເຫດໃຫ້ພຣະເຈົ້າສຸດໂທທະນະກໍກົ້ມກຣາບເຊັ່ນດຽວກັນ.
                                      ສະຖານທີ່ປຣະສູດຂອງເຈົ້າຊາຍສິດທັດຖະ(ພຣະພຸດທະເຈົ້າ)
                                      ຮູບ: ຫົງສາ ບໍຣິບູນ

ທຳນາຍ

     ພຣາມທັງ 8 ໄດ້ທຳນາຍວ່າເຈົ້າຊາຍສິດທັດຖະມີລັກສະນະເປັນມະຫາບຸຣຸດ ຖ້າດຳລົງຕົນເປັນຄາຣະວາດຈະໄດ້ເປັນພຣະເຈົ້າຈັກກະພັດ ຖ້າອອກບວດຈະໄດ້ເປັນສາດສະດາເອກຂອງໂລກ ແຕ່ວ່າ ໂກນດັນຍະພຣາມ ເຊິ່ງມີອາຍຸນ້ອຍກວ່າໝູ່ໄດ້ຢືນຢັນວ່າເຈົ້າຊາຍສິດທັດຖະຈະອອກບວດ ແລະຈະໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າຢ່າງແນ່ນອນ. ຫລັງຈາກເຈົ້າຊາຍສິດທັດຖະປະສູດໄດ້ 7 ວັນ ແມ່ຂອງພຣະອົງກໍໄດ້ເສຍຊີວິດ ແລະ ພຣະອົງກໍໄດ້ຢູ່ໃນການລ້ຽງດູຂອງນາງປຣະຊາບໍດີໂຄຕະມີ (ນ້ອງສາວຂອງແມ່ພຣະອົງ).

     ຕໍ່ມາວັນໜຶ່ງ  ພຣະເຈົ້າສຸດໂທທະນະໄດ້ເດີນທາງອອກຈາກພຣະຣາຊະວັງໄປເຮັດພິທີແຮກນາຂວັນ ແລະກໍໄດ້ເອົາເຈົ້າຊາຍສິດທະຖະໄປນຳ. ໃນຂະນະທີ່ພຣະເຈົ້າສຸດໂທທະນະ ແລະບັນດາເສນາອາມາດກຳລັງທຳພິທີແຮກນາຂວັນຢູ່ນັ້ນ, ເຈົ້າຊາຍສິດທັດຖະ ໄວ 7 ພັນສາ ທີ່ນັ່ງຢູ່ຮົ່ມຕົ້ນຫວ້າຄົນດຽວ ໄດ້ນັ່ງຂັດສາມະທິ ແລ້ວຈະເຣີນອານາປານະສະຕິ ຈົນບັນລຸປະຖົມມະຊານ ແລະ ໄດ້ເກີດປະຕິຫານແກ່ຄົນທັງຫລາຍ.  ພໍພຣະເຈົ້າສຸດໂທທະນະເຫັນແນວນັ້ນ ກໍເຂົ້າມາກົ້ມກຣາບເຈົ້າຊາຍສິດທັດຖະເປັນຄັ້ງທີ່ 2.
   
ອະພິເສກສົມຣົດ

     ພາຍຫຼັງເຈົ້າຊາຍສິດທັດຖະໄດ້ສຳເລັດການສຶກສາສີລະປະສາດ 18 ຂະແໜງຈາກສຳນັກຄູວິສະວາມິດແລ້ວ, ພຣະ ອົງກໍໄດ້ອະພິເສດສົມຣົດ (ແຕ່ງດອງ) ກັບ ເຈົ້າຍິງຍະໂສທະຣາ ຫລື ພີມພາ ລູກສາວຂອງກະສັດເມືອງເທວະທະຫະ ເຊິ່ງເປັນພີ່ນ້ອງທາງແມ່ຂອງພຣະອົງ ແລະ ໄດ້ລູກຊາຍ 1 ຄົນຊື່ ຣາຫຸນ.

ສະເດັດອອກບວດ

     ເຖິງວ່າເຈົ້າຊາຍສິດທັດຖະອາໄສຢູ່ໃນປຣະສາດ 3 ລະດູ ທີ່ພຣະບິດາຂອງພຣະອົງສ້າງໄວ້ໃຫ້ ແຕ່ວ່າພຣະອົງກໍຊົງເບື່ອໜ່າຍຕໍ່ຊີວິດອັນຊ້ຳຊາກດັ່ງກ່າວ ແລະໄດ້ຊວນສາຣະຖີອອກໄປນອກພຣະຣາຊະວັງ. ພຣະອົງໄດ້ພົບເຫັນຄົນເຈັບ ຄົນແກ່ ຄົນຕາຍ ແລະ ນັກບວດ ເຊິ່ງເທວະທູດທັງ 4 ແປງກາຍລົງມາ.  ດ້ວຍການພິຈາລະນາຄວາມເປັນໄປຂອງສັດຈະທັມດັ່ງກ່າວ, ພຣະອົງໄດ້ຕັດສິນໃຈອອກບວດໃນຂະນະມີອາຍຸ 29 ພັນສາ  ໂດຍມຸ່ງໜ້າໄປສູ່ແມ່ນ້ຳອະໂນມາ ເຊິ່ງມີມ້າກັນທະກະ ແລະຜູ້ຮັບໃຊ້ຊື່ສັນທະຕິດຕາມໄປນຳ. ຫລັງຈາກພຣະອົງຕັດເກດແລ້ວນຸ່ງຜ້າກາສາວະພັດແລ້ວ, ຈິ່ງມອບເຄື່ອງໃຫ້ທ້າວສັນທະເອົາກັບຄືນໄປເມືອງກະບິນລະພັດ.

ບຳເພນທຸກກິຣິຍາ

     ພຣະອົງໄດ້ສະແຫວງຫາທາງພົ້ນທຸກ ດ້ວຍການສຶກສາຢູ່ໃນ ສຳນັກອາລາຣະດາບົດ ກາລາມະໂຄຣຕະຣະ ແລະ ສຳນັກອຸທະກະດາບົດ ຣາມະບຸຕະຣະ. ພາຍຫລັງຮຽນຈົບຈາກ 2 ສຳນັກດັ່ງກ່າວແລ້ວ ພຣະອົງຍັງເຫັນວ່ານີ້ບໍ່ແມ່ນທາງພົ້ນທຸກ ພຣະອົງຈິ່ງເດີນທາງໄປຍັງ ແມ່ນ້ຳເນຣັນຊະຣາ ໃນເຂດອຸຣຸເວລາສາລານິຄົມ ແລະບຳເພັນທຸກກິຣິຍາ ທໍລະມານຮ່າງກາຍດ້ວຍການອົດອາຫານເປັນເວລາດົນເຖິງ 6 ປີ ແຕ່ພຣະອົງຊົງເຫັນວ່າຍັງບໍ່ແມ່ນທາງພົ້ນທຸກ. ໂດຍການພິຈາລະນາການດີດພິນ 3 ສາຍຂອງພຣະອິນຄື: ສາຍທີ 1 ເຂັ່ງເກີນໄປ ສາຍຂາດ, ສາຍທີ 2 ຍານເກິນໄປ ດັງບໍ່ມວນແລະ ສາຍທີ 3 ພໍດີ ບໍ່ເຂັ່ງແລະບໍ່ຍານ ສຽງມ່ວນ ພຣະອົງຈິ່ງໄດ້ຍຸຕິການບຳເພັນທຸກກິຣິຍາ ແລະຫັນມາສັນອາຫານຕາມປົກກະຕິ.  ຝ່າຍປັນຈະວັກຄີທັງ 5 ຄືທ່ານ ໂກນດັນຍະ, ວັບປະ, ພັດທິຍາ, ມະຫານາມະ ແລະ ອັດສະຊິ ທີ່ຄອຍອຸປະຖາກພຣະອົງໃນໄລຍະບຳເພັນທຸກກິຣິຍາ ດ້ວຍຄວາມຫວັງວ່າເມື່ອພຣະອົງບັນລຸທັມ ຈະໄດ້ສອນພວກຕົນໃຫ້ບັນລຸທັມນຳ ເຫັນດັ່ງນັ້ນເລີຍໝົດສັດທາ ແລະໜີຈາກພຣະອົງກັບຄືນໄປປ່າອິສິປະຕະນະມັກຄາທະຍາວັນ.

# ຂ້າພະເຈົ້າໄດ້ສັງລວມຫຍໍ້ ແລະໃຊ້ຄຳສັບສາມັນເພື່ອຫວັງໃຫ້ທ່ານຜູ້ອ່ານຈື່ງ່າຍໂດຍບໍ່ມີເຈຕະນາອື່ນໃດ.

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11518