ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ພຣະສູດ

ພຣະສຸຕັນຕະປິດົກ ປະມວນພຸດທະພົດຄືພຣະທັມມະເທສະນາ, ຄຳບັນຍາຍ ຫລືອະທິບາຍທັມຕ່າງໆ ທີ່ຕຣັດໃຫ້ເໝາະສົມກັບບຸກຄົນແລະໂອກາດ ນັບທັງບົດປະພັນ, ເລື່ອງເລົ່າ ແລະເລື່ອງທັງຫລາຍທີ່ເປັນຊັ້ນເດີມໃນພຸດທະສາສະນາ ແບ່ງເປັນ 5 ນິກາຍ (ຮຽກຫຍໍ້ວ່າ ທີ ມະ ສັງ ອັງ ຂຸ) ມີ 25 ເຫລັ້ມຄື:

1) ທີຂະນິກາຍ (ຊຸມນຸມພຣະສູດຂະໜາດຍາວ)

ເຫລັ້ມ 9 ສີລະຂັນທະວັກ ມີພຣະສູດຂະໜາດຍາວ 13 ສູດ ເລີ່ມແຕ່ພຣົມຊາລະສູດ (ຫລາຍສູດກ່າວເຖິງຄວາມເຖິງພ້ອມ
              ດ້ວຍສີລະຂັນ ເຊິ່ງບາງທີກໍຈຳແນກເປັນຈຸລະສີນ, ມັດຊິມະສິນ, ມະຫາສີນ).

ເຫລັ້ມ 10 ມະຫາວັກ ມີພຣະສູດຂະໜາດຍາວ 10 ສູດ ສ່ວນຫລາຍຊື່ເລີ່ມດ້ວຍ ມະຫາ ເຊັ່ນ ມະຫາປະຣິນິບພານສູດ,
              ມະຫາສະມະຍະສູຕ, ມະຫາສະຕິປັດຖານສູດ...

ເຫລັ້ມ 11 ປະຖິກະວັກ ມີພຣະສູດຂະໜາດຍາວ 11 ສູດ ເລີ່ມດ້ວຍປະຖິກະສູດ ຫລາຍມີຊື່ສຽງເຊັ່ນ ຈັກກະວັດຕິສູດ,
               ອັກຄັນຍະສູດ, ສິງຄາລະກະສູດ ແລະສັງຄີຕິສູດ.

2) ມັດຊິມະນິກາຍ (ຊຸມນຸມພຣະສູດຂະໜາດກາງ)

ເຫລັ້ມ 12 ມູລປັນນາດ (ບັ້ນຕົ້ນ) ມີພຣະສູດຂະໜາດກາງ 50 ສູດ ບາງສູດອາດຈະຄຸ້ນຊື່ເຊັ່ນ ທັມທາຍາທະສູດ,
               ສະຕິປັດຖານະສູດ, ຣົດວິນີຕະສູດ, ວິມັງສະກະສູດ.

ເຫລັ້ມ 13 ມັດຊິມະປັນນາດ (ບັ້ນກາງ) ມີພຣະສູດຂະໜາດກາງ 50 ສູດ ເຊັ່ນ ເສຂະປະຖິປະທາສູດ, ຊີວະກະສູດ, ອຸປາລິ
                ວາທະສູດ, ທັມເຈດີຍະສູດ, ວາເສຖະທະສູດ.

ເຫລັ້ມ 14 ອຸປະຣິປັນນາດ (ບັ້ນປາຍ)
Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11512