ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ວິທີປະຕິບັດວິປັສສະນາຕາມແນວສະຕິປັດຖານ


ການປະຕິບັດທັມທັງພາຍໃນລາວເຮົາ ແລະປະເທດເພື່ອນບ້ານ ເຖິງວ່າຈະມີວິທີການປະຕິບັດແຕກຕ່າງກັນ ຂື້ນກັບແຕລະສຳນັກ ແຕ່ວ່າຈຸດມຸ່ງໝາຍແມ່ນຄືກັນ ຄືຕ້ອງການຫລຸດຈາກອາສາວະກິເລດ ບັນລຸພຣະນິບພານ.  ຄວາມແຕກຕ່າງສິ່ງໜຶ່ງທີ່ເຫັນໄດ້ຊັດເຈນກໍຄືຄຳພາວະນາ ບາງສຳນັກກໍພາວະນາວ່າ “ພຸທໂທ” ຫັນໃຈເຂົ້າພຸດ- ຫັນໃຈອອກໂທ, “ພອງໜໍ ຍຸບໜໍ” ຫັນໃຈເຂົ້າທ້ອງພອງ ພອງໜໍ - ຫັນໃຈອອກທອງຍຸບ ຍຸບໜໍ, ນະມະພະທະ, ສັມມາອະຣະຫັງ ຫລືແມ່ນແຕ່ຕິດຕາມລົມຫາຍໃຈເຂົ້າ-ອອກຢູ່ທີ່ດັງ (ອານາປານະສະຕິ) ແລະອື່ນໆ.

ການປະຕິບັດທັມທັງສະມາຖະກັມມະຖານ ມີອາຣົມ 40 ຢ່າງ ມຸ່ງໝາຍໃຫ້ເກີດສະມາທິ  ສ່ວນການປະຕິບັດວິປັສສະນາ ກັມມະຖານນັ້ນ ເປັນການຈະເຣີນສະຕິ ມຸ່ງໃຫ້ເກີດປັນຍາ ແຕ່ວ່າທັງສອງຢ່າງລ້ວນແຕ່ອາໄສເຊິ່ງກັນແລະກັນ. ບໍ່ວ່າທ່ານເຄີຍປະຕິບັດແນວໃດກໍຕາມຖືວ່າດີ ເປັນບຸນເປັນກຸສົນ ເພາະເປັນການເພີ່ມພູນຄວາມບໍຣິບູນຂອງສິນ ສະມາທິ ແລະ ປັນຍາ.  ສະນັ້ນ ການປະຕິບັດຕົວຈິງທ່ານອາດຈະເຣີນສະມາຖະ ດ້ວຍການເລືອກພາວະນາໃນອາຣົມໃດໜຶ່ງ ເມື່ອເກີດສະມາທິດີ ແລ້ວຈິ່ງຕໍ່ວິປັສສະນາກໍໄດ້ ຫລື ທ່ານຈະເລີ່ມຕົ້ນວິປັສສະນາເລີຍກໍບໍ່ເປັນຫຍັງ.  ການສຶກສາວິປັສສະນາກັມມະຖານໃນພາກປະຣິຍັດເຫັນວ່າສັບສົນແລະເຂົ້າໃຈຍາກ ແຕ່ວ່າໃນພາກປະຕິບັດແລ້ວ ວິປັສສະນາຈາຣຍຫລາຍທ່ານເຫັນວ່າບໍ່ຍາກ.

ແຕ່ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຂໍນຳສະເໜີວິທີການປະຕິບັດ ວິປັສສະນາກັມມະຖານຕາມແນວສະຕິປັດຖານ ເຊິ່ງເປັນວິທີການທີ່ໄດ້ຮັບຄວາມນິຍົມທີ່ສຸດໃນປະຈຸບັນ  ໂດຍໄດ້ສຶກສາຄົ້ນຄວ້າຈາກຄູ່ມືປະຕິບັດວິປັສສະນາຂອງພຣະອາຈາຣຍ ພັທທັນຕະ ໂສພະນະມະຫາເຖຣະ ອັຄຄະມະຫາບັນດິຕ (Mahasi Sayadaw), ພຣະອາຈາຣຍ ມະຫາໂຊດົກ ຍານະສິທທິ, ແນວທາງປະຕິບັດຂອງພຣະອາຈາຣຍ ພັທທັນຕະ ອາສະພະມະຫາເຖຣະ ທັມມະຈາຣິຍາ ແລະ ພຣະວິປັສສະນາຈາຣຍທ່ານອື່ນໆ ຕາມສາຍ ພອງໜໍ ຍຸບໜໍ.

ການປະຕິບັດວິປັສສະນາກັມມະຖານເພື່ອໃຫ້ໄດ້ຜົນດີແລະຍັງມັກຜົນນິບພານນັ້ນ  ຜູ້ປະຕິບັດໃໝ່ໆຈຳເປັນຕ້ອງມີວິປັສສະນາຈານເປັນຜູ້ໃຫ້ກັມມະຖານ ແລະຄອຍໃຫ້ຄຳແນະນຳຢູ່ຕະຫລອດໄລຍະເຂົ້າປະຕິບັດ ແຕ່ວ່າຖ້າຕ້ອງການຝຶກສະຕິໃຫ້ຮູ້ເທົ່າທັນກັບອາຣົມທີ່ເກີດຂື້ນໃນຊີວິດປະຈຳວັນທຳມະດາ ກໍສາມາດຄົ້ນຄວ້າແລະລອງຝຶກດ້ວຍເອງໄດ້ຕາມອັດທະຍາໄສ (ກາຍານຸປັສສະນາ, ເວທະນານຸປັສສະນາ, ຈິຕຕະນຸປັສສະນາ ແລະ ທັມມານຸປັສສະນາ ສະຕິປັດຖານ).

# ທ່ານສາມາດສຶກສາໃນລາຍລະອຽດເພີ່ມເຕີມຈາກ
   1)  ວິດີໂອວິທີການປະຕິບັດວິປັສສະນາ ເຊິ່ງຂ້າພະເຈົ້າໄດ້ເຊື່ອມລົງໃສ່ບລັອກນີ້ແລ້ວ
   2)  ເວບໄຊຂອງສູນວິປັສສະນາໄທ
   3)  ເວບໄຊຂອງວັດພັດທັນຕະອາສະພາຣາມ
   4)  ຄູ່ມືການປະຕິບັດວິປັສສະນາຂອງພຣະອາຈາຣຍ ມະຫາສີ ສະຍາດໍ
  •  Manual of Insight by Mahasi Sayadaw
  • Satipatthana Vipassana by The Most Venerable Mahasi Sayadaw
  • Practical Insight Meditation Exercises by The Most Venerable Mahasi Sayadaw 

                                  
                         ພຣະອາຈາຣຍ ໂສພະນະມະຫາເຖຣະ ອັກຄະມະຫາບັນດິດ (ມະຫາສີ ສະຍາດໍ)
                            ປຣະມາຈາຣຍຕົ້ນຕຳດັບວິປັສສະນາສາຍ ອງ ຍຸບ (Rising & Falling)
                                                       Cr. Saraniya.com

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11512