ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ວິປັສສະນາພູມ


ວິປັສສະນາພູມ ຫລືອາຣົມຂອງວິປັສສະນານັ້ນມີຢູ່ 6 ໝວດໃຫຍ່ຄື: ຂັນ 5, ອາຍະຕະນະ 12, ທາດ 18, ອິນຊີ 22, ອະຣິຍະສັດ 4 ແລະ ປະຕິດຈະສະມຸບບາດ 12

1)  ຂັນ 5 (ກອງທັງ 5)
     - ຣູປະຂັນ          ກອງຮູບ           ອົງທັມໄດ້ແກ່ ຮູບ 28
     - ເວທະນາຂັນ     ກອງເວທະນາ   ອົງທັມໄດ້ແກ່ ເວທະນາເຈຕະສິກໃນຈິດ 89 ຫຼື 121
     - ສັນຍາຂັນ        ກອງສັນຍາ       ອົງທັມໄດ້ແກ່ ສັນຍາເຈຕະສິກໃນຈິດ 89 ຫຼື 121
     - ສັງຂາຣະຂັນ     ກອງສັງຂານ     ອົງທັມໄດ້ແກ່ ເຈຕະສິກ (ເວັ້ນເວທະນາ, ສັນຍາ) ໃນຈິດ 89 ຫຼື 121
     - ວິນຍານະຂັນ    ກອງວິນຍານ     ອົງທັມໄດ້ແກ່ ຈິດ 89 ຫຼື 121

2) ອາຍະຕະນະ 12 (ຂົວຕໍ່ໃຫ້ເກີດຄວາມຮູ້)
     - ອາຍະຕະນະພາຍໃນ 6
             ໂສຕາຍະຕະນະ (ຕາ), ຈັກຂາຍະຕະນະ (ຫູ), ຂານາຍະຕະນະ (ດັງ), ຊິວາຫະຍະຕະນະ (ລີ້ນ), 
         ກາຍາຍະຕະນະ (ກາຍ) ແລະ ມະຍາຍະຕະນະ (ໃຈ)
      - ອະຍັນຕະນະພາຍນອກ 6
             ຣູປາຍະຕະນະ (ຮູບ), ສັດທາຍະຕະນະ (ສຽງ), ຄັນທາຍະຕະນະ (ກິ່ນ), ຣະສະຍະຕະນະ (ຣົດ), 
         ໂຜດທັບພາຍະຕະນະ (ສິ່ງສຳພັດກາຍ) ແລະ ທັມມາຍະຕະນະ (ອາຣົມທີ່ເກີດຂື້ນກັບໃຈ).

3) ທາດ 18 (ສະພາວະທີ່ຊົງຕົນໄວ້)
     - ປະສາດທັງ 5
         ຈັກຂຸທາດໂສຕະທາດຂານະທາດຊິວະຫາທາດກາຍະທາດ
     - ອາຣົມ 5
         ຮູບທາດສັດທະທາດຄັນທະທາດຣົດທາດໂຜດທັບພະທາດ
     - ຮູ້ອາຣົມ 5
         ຈັກຂຸວິນຍານະທາດໂສຕະວິນຍານະທາດຂານະວິນຍານະທາດຊິວະຫາວິນ,
        ຍານະທາດກາຍະວິນຍານະທາດ
    - ອີກ ທາດ
         ມະໂນທາດທັມມະທາດມະໂນຍິນຍານະທາດ

4) ອິນຊີ 22 (ເປັນໃຫຍ່)
         ຈັກຂຸນຊີ         (ອິນຊີຄືຕາ),                         ໂສຕິນຊີ           (ອິນຊີຄືຫູ),
         ຄານິນຊີ         (ອິນຊີຄືດັງ),                         ຊິວະຫິນຊີ        (ອິນຊີຄືລີ້ນ),
         ກາຍິນຊີ         (ອິນຊີຄືກາຍ),                       ມະນິນຊີ           (ອິນຊີຄືໃຈ),
         ອິດຖິນຊີ        (ອິນຊີຄືຍິງ),                         ປຸຣິສິນຊີ            (ອິນຊີຄືຊາຍ),
         ຊີວິຕິນຊີ        (ອິນຊີຄືຊີວິດ),                       ສຸຂິນຊີ              (ອິນຊີຄືຄວາມສຸກ),
         ທຸກຂິນຊີ        (ອິນຊີຄືຄວາມທຸກ),                 ໂສມະນັດສິນຊີ    (ອິນຊີຄືໂສມະນັດ),
         ໂທມະນັດສິນຊີ (ອິນຊີຄືໂທມະນັດ),                 ອຸເປກຂິນຊີ        (ອິນຊີຄືອຸເປກຂາ),
         ສັດຕິນຊີ         (ອິນຊີຄືສັດທາ),                     ວິຣິຍິນຊີ           (ອິນຊີຄືວິຣິຍະ),
         ສະຕິນຊີ         (ອິນຊີຄືສະຕິ),                       ສະມາທິນຊີ       (ອິນຊີຄືສະມາທິ),
         ປັນຍິນຊີ         (ອິນຊີຄືປັນຍາ),                     
         ອະນັນຍະຕັນຍັດສາມີຕິນຊີ        (ໝາຍເອົາສະເພາະໂສດາປັດຕິມັກເທົ່ານັ້ນ),
         ອັນຍັນຊີ                              (ເອົາມັກ 3 ຄື ໂສດາປັດຕິຜົນ, ສະກິທາຄາມິຜົນ, ອະນາຄາມິຜົນ)
         ອັນຍາຕາວິນຊີ                       (ໝາຍເອົາອາຣະຫັນຕະຜົນເທົ່ານັ້ນ)
         
5)  ອະຣິຍະສັດ 4 (ຄວາມຈິງອັນປະເສີດ)
         ທຸກສະມຸໄທນິໂຣດ ແລະ ມັກ ມີອົງ 8 (ສັມມາທິດຖີເປັນຕົ້ນ)

6)  ປະຕິດຈະສະມຸບບາດ 12 (ທັມທັງຫຼາຍອາໄສກັນເກີດຂື້ນ)
         ອະວິດຊາສັງຂານວິນຍານນາມຮູບສະລາຍະຕະນະຜັດສະເວທະນາຕັນຫາອຸປະທານພົບຊາດຊະຣາ-ມະຣະນະ

ສະຫຼຸບ
       
       ອາຣົມຂອງວິປັສສະນາເມື່ອຫຍໍ້ລົງໃຫ້ສັ້ນໃນແນວປະຕິບັດແລ້ວກໍຄື ຮູບກັບນາມ ຫລື ກາຍກັບໃຈ ແຕ່ເວລາປະຕິບັດຕ້ອງໃຫ້ໄດ້ອົງ ຄື: ອາຕາປີ (ມີຄວາມພຽນເຜົາກິເລດຄືຕັ້ງໃຈທຳ), ສະຕິມາ (ມີສະຕິຢູ່ທຸກຂະນະ) ແລະ ສັມປະຊາໂນ (ມີສຳປະສັນຍະຢູ່ທຸກຂະນະ) ຈິ່ງຈະຖືກຕາມຫຼັກວິປັສສະນາກັມມະຖານຕາມແນວສະຕິປັດຖານ 4.


ພຣະອາຈານກຳລັງນຳພາອອກຕົນຍາດໂຍມເດີນຈົງກົມທີ່ສຳນັກປະຕິບັດທັມດວງຕາ 2019
Cr. Duangta Vongkoth-rattana


Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ