ຈິດ ໝາຍເຖິງທຳມະຊາດຫລືສະພາວະທັມຢ່າງໜຶ່ງທີ່ທຳໜ້າທີ່ຮັບຮູ້ອາຣົມ. ດັ່ງນັ້ນ ນັກປະຕິບັດຄວນກຳນົດຮູ້ຕາມສະພາບຄວາມເປັນຈິງ
ວິທີປະຕິບັດ
ການຕາມກຳນົດຮູ້ຈິດທີ່ຄິດນ້ອມໄປຫາຫລືຮັບອາຣົມໃນທີ່ໃກ້ຫລືໄກ ຜູ້ປະຕິບັດຄວນເອົາໃຈໃສ່ເປັນພິເສດ ເພາະການກຳນົດຮູ້ຈິດນັ້ນເປັນຂອງລະອຽດອ່ອນ. ຖ້າກຳນົດບໍ່ຖືກວິທີ ບາງຄັ້ງອາດຈະທຳໃຫ້ສັບສົນແລະຟຸ້ງຊ້ານຫລາຍຂື້ນ ອາດຈະເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດຄວາມຄຽດ ແລະປວດຫົວ (ບາງຄົນພໍຫລັບຕາລົງກໍຄິດຫາຮ້ອຍເລື່ອງພັນປະການ)
ກ່ອນກຳນົດ ຜູ້ປະຕິບັດຕ້ອງວາງໃຈໃຫ້ເປັນປົກກະຕິຄືກັບບໍ່ມີຫຍັງເກີດຂື້ນກ່ອນ ເພາະວ່າເມື່ອໃດທີ່ບໍ່ມີສະພາວະລັກສະນະນີ້ຢ່າງນີ້ ຈິດໃຈເຮົາກໍເປັນປົກກະຕິ ບໍ່ມີຮັກຫລືຊັງ. ແຕ່ພໍ່ສະພາວະນີ້ເຂົ້າມາ ເຮັດໃຫ້ໃຈເຮົາເສຍຄວາມເປັນປົກກະຕິ. ສະນັ້ນ, ການກຳນົດຕ້ອງພິຈາລະນາດ້ວຍສະຕິປັນຍາ ໃຫ້ຮູ້ຕາມສະພາວະຄວາມເປັນຈິງທີ່ເກີດຂື້ນ ບໍ່ຕ້ອງໄປຄິດປຸງແຕ່ງ ຂໍໃຫ້ກຳນົດຮູ້ຢ່າງດຽວ ມັນເກີດອັນໃດຂື້ນ ກໍກຳນົດໄປຕາມນັ້ນ.
ຂະນະຄິດ ກຳນົດວ່າ ຄິດໜໍ ໆ ໆ ເນັ້ນຢ້ໍາ ຊ້ຳ ໜັກແໜ້ນ ປ່ອຍຈັງຫວະເລັກນ້ອຍ ເພື່ອຜ່ອນຄາຍ ໃນກໍລະນີກຳນົດແບບຖີ່ໆ ໄວ ຈົດຈໍ່ນັ້ນ ຕ້ອງຢ້ຳແລະຕິດຕໍ່ກັນບໍ່ປ່ອຍຈັງຫວະ ແຕ່ຂໍ້ເສຍຄືທຳໃຫ້ເກີດອາການຄຽດ. ດ້ວຍເຫດນີ້, ຜູ້ປະຕິບັດຄວນສັງເກດແລະເລືອກໃຫ້ເໝາະສົມກັບຕົວເອງ. ນອກນີ້, ຍັງກຳນົດອື່ນໆອີກເຊັ່ນ:
ຂະນະຈິດຟຸ້ງຊ້ານ ກຳນົດວ່າ ຟຸ້ງຊ້ານໜໍ ໆ ໆ
ຂະນະຫງຸດຫງິດ ກຳນົດວ່າ ຫງຸດຫງິດໜໍ ໆ ໆ
ຂະນະລຳຄານ ກຳນົດວ່າ ລຳຄານໜໍ ໆ ໆ
ຂະນະຢາກຮ້າຍ ກຳນົດວ່າ ຢາກຮ້າຍໜໍ ໆ ໆ
ໝາຍວ່າແມ່ນຫຍັງເກີດຂື້ນກັບໃຈ ແມ່ນກຳນົດອັນນັ້ນໂລດ ແຕ່ສິ່ງສຳຄັນຜູ້ປະຕິບັດຕ້ອງໝັ່ນເຝົ້າເບິ່ງຢ່າງມີສະຕິເລື້ອຍໆ ເຖິງວ່າຈະທັນແດ່ ບໍ່ທັນແດ່ກໍຕາມ ຄິດວ່າເຮົາໄດ້ທຳໜ້າທີ່ຂອງເຮົາຢ່າງດີທີ່ສຸດແລ້ວ ເພື່ອເຫດປັດໄຈແລະກຽມຄວາມພ້ອມອັນຈະນຳໄປສູ່ການຫລຸດພົ້ນຈາກບ້ວງແຫ່ງມານໃນທີ່ສຸດ. ຢ່າມາດ! ການກຳນົດແບບນີ້ມັນບໍ່ແມ່ນເຮັດຫລີ້ນໆ ແລະເປັນເລື່ອງຕະຫລົກ.
---------------------------------------------------
No comments:
Post a Comment