ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ເວທະນານຸປັສສະນາ

ການຕາມກຳນົດຮູ້ເວທະນາ
(ເວທະນານຸປັສສະນາສະຕິປັດຖານ)

ເວທະນາ ໝາຍເຖິງຄວາມຮູ້ອາຣົມທີ່ປະກົດໃນຂະນະທີ່ປະຕິບັດທາງກາຍແລະຈິດໃຈ ເຊິ່ງເກີດຈາກການເດີນ, ຢືນ, ນັ່ງ ຫລື ນອນ ເມື່ອຮູ້ສຶກສຸກ, ສະບາຍ, ທຸກ, ອຶດອັດ, ຟຸ້ງຊ້ານ, ລຳຄານ ຫລື ອາຣົມອື່ນໆ ກໍຮູ້ວ່າສຸກ, ສະບາຍ... ໂດຍສະຫລຸບແລ້ວເວທະນາຈຳແນກອອກເປັນ 3 ປະເພດຄື: ສຸຂະເວທະນາ, ທຸຂະເວທະນາ ແລະ ອຸເປກຂາເວທະນາ. 

ຫລັກການປະຕິບັດ

ສຸຂັງ ວາ ເວທະນັງ ເວະຍະມາໂນ ສຸຂັງ ເວທະນັງ ເວທະຍາມີຕິ ປະຊານາຕິ
ພິກຂຸກຳນົດຮູ້ເວທະນາທີ່ເປັນສຸກຢູ່ ໃນຂະນະທີ່ຕົນກຳລັງສະເວີຍເວທະນາທີ່ເປັນສຸກ

ທຸກຂັງ ວາ ເວທະນັງ ເວະຍະມາໂນ ທຸກຂັງ ເວທະນັງ ເວທະຍາມີຕິ ປະຊານາຕິ
ພິກຂຸກຳນົດຮູ້ເວທະນາທີ່ເປັນທຸກຢູ່ ໃນຂະນະທີ່ຕົນກຳລັງສະເວີຍເວທະນາທີ່ເປັນທຸກ

ອະທຸກຂະມະ ສຸຂັງ ວາ ເວທະນັງ ເວະຍະມາໂນ ອະທຸກຂະມະ ສຸຂັງ ເວທະນັງ ເວທະຍາມີຕິ ປະຊານາຕິ
ພິກຂຸກຳນົດຮູ້ເວທະນາທີ່ວາງເສີຍຢູ່ ໃນຂະນະທີ່ຕົນກຳລັງສະເວີຍເວທະນາທີ່ວາງເສີຍ

ວິທີປະຕິບັດ

ໃນຂະນະທີ່ປະຕິບັດກຳນົດ “ພອງໜໍ ຍຸບໜໍ”  ໂດຍສະເພາະໃນເວລານັ່ງ ຫລື ນອນ ຖ້າຫາກເກີດອາການປວດ ກຳນົດວ່າ ປວດໜໍ ປວດໜໍ, ຂະນະມືນຂາ ກຳນົດວ່າ ມືນໜໍ ມືນໜໍ, ຂະນະຄັນ ກຳນົດວ່າ ຄັນໜໍ ຄັນໜໍ, ຂະນະເມື່ອຍ ກຳນົດວ່າ ເມື່ອຍໜໍ ເມື່ອຍໜໍ..... ກຳນົດຈົນກວ່າອາການປວດ, ມືນ, ຄັນ....​ຈະຫາຍໄປ ແລ້ວຈິ່ງມາຕັ້ງຕົ້ນກຳນົດ ພອງຍຸບ ຕໍ່ໄປ. ຖ້າຍັງບໍ່ເຊົາ ໃຫ້ປ່ຽນອິຣິຍາບົດ. ຖ້າເປັນການນັ່ງກໍໃຫ້ປ່ຽນເປັນເດີນຈົງກົມ ແລະອາດຈະແບ່ງເວລາເດີນຈົງກົມກັບນັ່ງເທົ່າກັນ. ສິ່ງສຳຄັນເວລາເກີດອາການໃຫ້ວາງໃຈເປັນກາງ ຢ່າໄປຢາກໃຫ້ອາການຄັນຫາຍ ຫລື ຢ່າຄິດຢາກເອົາຊະນະ ພຽງແຕ່ທຳໜ້າທີ່ພຽງແຕ່ເຝົ້າເບິ່ງອາການຢ່າງມີສະຕິຮູ້.

ການກຳນົດເວທະນາມີ 3 ວິທີ

1)  ການກຳນົດແບບປະເຊີນໜ້າ ຄືເອົາຈິດໄປຈົດຈໍ່ໃສ່ອາການປວດ, ຄັນ... ຈົນກວ່າອາການປວດ, ຄັນ... ຈະຫາຍໄປ. ວິທີນີ້ອາດຈະເຮັດໃຫ້ເຮົາເມື່ອຍ.

2) ການກຳນົດແບບລອບທຳຮ້າຍ ຄືຕັ້ງໃຈກຳນົດແບບຈູໂຈມໃນຕອນຕົ້ນ ພໍຮູ້ສຶກວ່າບໍ່ໄຫວກໍຖອຍອອກມາ ເພື່ອທ້ອນໂຮມກຳລັງຄວາມພຽນໃໝ່ ເມື່ອພ້ອມແລ້ວກໍເຂົ້າໄປກຳນົດອີກ.

3) ກຳນົດແບບເຝົ້າເບິ່ງອາການ ຄືເມື່ອຮູ້ສຶກວ່າປວດຫລືຄັນຫລາຍຂື້ນກໍບໍ່ໄປກຳນົດຈົດຈໍ່ລົງໄປ ພຽງແຕ່ກຳນົດຮູ້ດ້ວຍສະຕິປັນຍາຢູ່ເສີຍໆ ສັງເກດເບິ່ງລະດັບອາການປວດເທົ່ານັ້ນ. 

ພຣະອາຈາຣຍ໌ປອ ພັທທັນຕະ ອາສະພະມະຫາເຖຣະ
Image Cr. Posttoday

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ