“ເອກະຍາໂນ ອະຍັງ ພິກຂະເວ ມັຄໂຄ ສັຕຕານັງ ວິສຸທທິຍັງ....
ດູກ່ອນພິກຂຸທັງຫຼາຍ ທາງສາຍນີ້ເປັນທາງສາຍເອກ ເປັນໄປເພື່ອຄວາມບໍຣິສຸດຂອງສັດທັງຫຼາຍ ເພື່ອຣະງັບຄວາມໂສກເສົ້າ ແລະ ຄວາມອາໄລອາວອນ ເພື່ອດັບທຸກແລະໂທມະນັດ ເພື່ອບັນລຸອະຣິຍະມັກ ເພື່ອແຈ້ງພະນິບພານ ທາງສາຍນີ້ຄືສະຕິປັດຖານ 4”
ອະນິສົງຫລືຜົນປະໂຫຍດຂອງການຈະເຣີນວິປັສສະນາກັມມະຖານມີຫຼາຍປະການ ແຕ່ວ່າໃນນີ້ຈະຂໍຍົກເອົາມາພຽງແຕ່ເປັນຕົວຢ່າງ ເພື່ອເປັນກຳລັງໃຈໃຫ້ແກ່ຜູ້ປະຕິບັດຄື:
1. ຊ່ວຍບັນເທົາແລະກຳຈັດພະຍາດທາງກາຍແລະໃຈຕ່າງໆເຊັ່ນ ຊືມເສົ້າ, ຮ້າຍງ່າຍ, ຟຸ້ງຊ່ານ, ສະມາທິສັ້ນ.
2. ຊ່ວຍພັດທະນາແລະປັບປ່ຽນພຶດຕິກຳຂອງຕົນ
3. ສາມາດບັນເທົານິວອນ 5 (ກາມະສັນທະ, ພະຍາບາດ, ຖິນມິດທະ, ອຸດຖັດຈະ ກຸກກຸດຈະ, ວິຈິກິດສາ)
4. ຕັດວັດຕະສົງສານໄດ້ຕາມກຳລັງມັກ 8 ແລະ ຕັດພົບຊາດ
5. ຊ່ວຍຮັກສາພະຍາດຮ້າຍ ຫລື ພະຍາດຊ້ຳເຮື້ອບາງຊະນິດໄດ້
6. ຊ່ວຍໃຫ້ຈິດມີສະມາທິດີ ແລະມີຄວາມຈຳໄດ້ດີ
7. ຊ່ວຍພັດທະນາການສຶກສາ ຮ່ຳຮຽນ ແລະ ຮຽນໜັງສືເກັ່ງ
8. ພັດທະນາຄວາມຄິດບວກ ແລະກະທຳສິ່ງທີ່ຖືກຕ້ອງ
9. ຕັດເວນຕັດກຳ ຫລື ແກ້ກຳທີ່ໄດ້ເຄີຍທຳມາໃນອະດີດ (ອະນຸໄສກິເລດ)
10. ສຸຂະພາບແຂງແຮງດີ ບໍ່ມີພະຍາດບຽດບຽນ
11. ເຮັດໃຫ້ຄວາມທຸກໃຈໜ້ອຍລົງ ເພາະລະຄວາມຢຶດໝັ້ນໃນອາຣົມທີ່ເປັນທຸກແລະສິ່ງທັງປວງລົງໄດ້
12. ເຮັດໃຫ້ເກີດຄວາມສຸກສະຫງົບທາງໃຈ (ສະມາທິສຸກ)
13. ປ້ອງກັນກິເລດແລະທຳລາຍກິເລດທຸກລະດັບ
14. ຊ່ວຍໃຫ້ຫຼຸດຄວາມສ່ຽງຈາກອຸປະຕິເຫດ ຫລື ບັນເທົາຈາກໜັກເປັນເບົາ
15. ເຮັດໃຫ້ຄວາມເຫັນແກ່ຕົວໜ້ອຍລົງແລະເສຍສະຫລະເພື່ອປະໂຫຍດຂອງຄົນອື່ນຫລາຍຂື້ນ
16. ພັດທະນາສີລະທັມ, ຄຸນນະທັມ ແລະ ຈາຣິຍະທັມໃນໃຈໃຫ້ຫລາຍຂື້ນ
17. ເສີມສ້າງໃຫ້ເກີດຫິຣິແລະໂອດຕັບປະ ຄືຄວາມເກງກົວແລະຄວາມລະອາຍຕໍ່ບາບ
18. ເປັນການທຳບຸນສູງສຸດແລະມີຄ່າຫຼາຍທີ່ສຸດ ຫລາຍກວ່າການທານແລະຮັກສາສິນ
19. ສາມາດບັນລຸຄວາມເປັນອະຣິຍະບຸກຄົນ ນັບແຕ່ໂສດາບັນເປັນຕົ້ນ
20. ສາມາດອະທິຖານເຂົ້າຜົນສະມາບັດແລະນິໂຣທສະມາບັດອັນເປັນຄວາມສຸກຂັ້ນສູງໃນປະຈຸບັນໄດ້
No comments:
Post a Comment