ຫຼັງຈາກພຣະມາຫະບຸຣຸດໄດ້ຕຣັດສະຮູ້ອະນຸດຕະຣະສັມມາສັມພຸດທະເຈົ້າ ແລ້ວພຣະອົງໄດ້ສະເຫວີຍວິມຸດຕິສຸກເປັນເວລາ 7 ວັນ. ຈາກນັ້ນ ພຣະອົງໄດ້ເລີ່ມອອກເດີນທາງໄປເຜີຍແຜ່ທັມແກ່ອາຈານຂອງພຣະອົງ ແຕ່ທັງສອງມໍລະນະກຳກ່ອນແລ້ວ ຈິ່ງເດີນທາງຕໍ່ໄປປ່າອິສິປະຕະນະມັກຄະທາຍະວັນ ໃກ້ເມືອງພາຣານະສີ ແຄວ້ນກາສີ ແລະໄດ້ສະແດງປະຖົມເທສະນາ ທັມມະຈັກກັບປະນະວັດຕະນະສູດ ແກ່ປັນຈະວັກຄີທັງ 5 ເຮັດໃຫ້ເກີດມີປະຖົມສາວົກແລະພຣະອະຣິຍະບຸກຄົນຄື ພຣະອັນຍາ ໂກນດັນຍະ ແລະເກີດຣັດຕະນະຄົບທັງ 3 ຄື ພຣະພຸດ, ພຣະທັມ ແລະພຣະສົງ ໃນວັນເພັງ 15 ເດືອນ 8 ປີລະກາ ເຊິ່ງເຮົາເອີ້ນວ່າ ອາສະຫະບູຊາ.
ສະຖານທີ່ສະແດງປະຖົມມະເທສະນາໃນປ່າອິສິປະຕະນະ
ຮູບ: ຫົງສາ ບໍຣິບູນ
ຫຼັກທັມ (ທັມມະຈັກກັບປະນະວັດຕະນະສູດ) ທີ່ພຣະພຸດທະເຈົ້າໄດ້ສະແດງຄັ້ງທຳອິດໃນໂລກຄື (1) ທີ່ສຸດ 2 ຢ່າງທີ່ບັນພະສິດບໍ່ຄວນເສບ, ມັດຊິມາປະຕິປະທາ ແລະ ອະຣິຍະສັດ.
1) ທີ່ສຸດ 2 ຢ່າງທີ່ບັນພະສິດບໍ່ຄວນເສບ
- ການປະກອບຕົນໃຫ້ພົວພັນດ້ວຍຄວາມສຸກໃນກາມທັງຫຼາຍ ເປັນທັມຊົ່ວ ເປັນທັມຂອງຊາວບ້ານ ເປັນທັມຂອງປຸຖຸຊົນ (ສາມັນຊົນ) ບໍ່ແມ່ນຂອງພຣະອະຣິຍະ ແລະ ບໍ່ມີປະໂຫຍດ.
- ການປະກອບຄວາມອິດເມື່ອຍແກ່ຕົນ (ທໍລະມານຕົນ) ເປັນຄວາມລຳບາກ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ແລະບໍ່ມີປະໂຫຍດ.
2) ມັດຊິມາປະຕິປະທາ (ທາງສາຍກາງ)
ການປະຕິບັດທາງສາຍກາງທີ່ພຣະອົງໄດ້ຕຣັດສະຮູ້ດ້ວຍປັນຍາອັນຍິ່ງ ທຳດວງຕາໃຫ້ເກີດ, ທຳຍານໃຫ້ເກີດ ເປັນໄປເພື່ອຄວາມສະຫງົບ, ຄວາມຮູ້ແຈ້ງ, ຄວາມຕຣັດສະຮູ້ ແລະນິບພາບໄດ້ແກ່ ອະຣິຍະມັກ ມີອົງ 8
1. ສັມມາທິດຖີ (ຄວາມເຫັນຖືກຕ້ອງ)
2. ສັມມາສັງກັບປະ (ຄວາມຄິດຖືກຕ້ອງ)
3. ສັມມາວາຈາ (ການເວົ້າຈາຖືກຕ້ອງ)
4. ສັມມາກັມມັນໂຕ (ທຳງານຖືກຕ້ອງ)
5. ສັມມາອາຊີໂວ (ລ້ຽງຊີບຖືກຕ້ອງ)
6. ສັມມາວາຍາໂມ (ຄວາມພຽນຖືກຕ້ອງ)
7. ສັມມາສະຕິ (ຄວາມລະນຶກຖືກຕ້ອງ)
8. ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ)
3) ອະຣິຍະສັດ 4
- ທຸກ ໝາຍເຖິງທຸກອະຣິຍະສັດ: ຄວາມເກີດກໍເປັນທຸກ, ຄວາມເຈັບກໍເປັນທຸກ, ຄວາມແກ່ກໍເປັນທຸກ, ຄວາມຕາຍກໍເປັນທຸກ, ການພົບສິ່ງທີ່ບໍ່ປາດຖະໜາກໍເປັນທຸກ, ການພັດພາກຈາກສິ່ງເປັນທີ່ຮັກກໍເປັນທຸກ, ປາດຖະໜາສິ່ງໃດບໍ່ໄດ້ສິ່ງນັ້ນກໍເປັນທຸກ, ອຸປະທານ (ຄວາມຢຶດໝັ້ນຖືໝັ້ນ) ໃນຂັນ 5 ກໍເປັນທຸກ.
- ສະມຸທັຍ (ເຫດແຫ່ງທຸກ) ຕັນຫາຄືທຸກຂະສະມຸທັຍອະຣິຍະສັດ ອັນເປັນເຫດໃຫ້ເກີດຂື້ນ ປະກອບດ້ວຍຄວາມກຳນັດ ດ້ວຍອຳນາດຄວາມເພີດເພີນ ມີຄວາມເພີດເພີນໃນອາຣົມນັ້ນຄື ກາມະຕັນຫາ, ພາວະຕັນຫາ, ວິພາວະຕັນຫາ.
- ນິໂຣດ (ຄວາມດັບທຸກຄືດັບຕັນຫາ) ທຸກສາມາດດັບໄດ້ໂດຍການດັບຕົ້ນເຫດຂອງທຸກຄື ບໍ່ຢືດຖືວ່າມີທຸກ ຫລື ລະຄວາມຢືດໝັ້ນຖືໝັ້ນວ່າເຮົາເປັນຕົນເປັນ ຕົວຕົນ.
- ອະຣິຍະມັກ ມີອົງ 8 (ຫົນທາງອັນປະເສີດຍັງຜົນ ນິບພານ) ການດັບທຸກຄືການປະຕິບັດຕາມອະຣິຍະມັກມີ 8 ເຊິ່ງໄດ້ກ່າວມາແລ້ວ (ສະຫຼຸບແລ້ວກໍຄື ສິນ ສະມາທິ ປັນຍານັ້ນເອງ).
ພຣະອາຈານ ປອ ຫົງສາ ບໍຣິບູນ ນຳຄະນະຊາວພຸດລາວໄປກຣາບນະມັດສະການ
ສະຖານທີ່ປະຖົມເທດສະໜຂອງພຣະພຸດທະເຈົ້າ

# ຂ້າພະເຈົ້າໄດ້ສັງລວມຫຍໍ້ ແລະໃຊ້ຄຳສັບສາມັນເພື່ອຫວັງໃຫ້ທ່ານຜູ້ອ່ານຈື່ງ່າຍໂດຍບໍ່ມີເຈຕະນາອື່ນໃດ.
No comments:
Post a Comment