ພຣະຜູ້ມີພຣະພາກເຈົ້າປະທັບຢູ່ ນິຄົມ ຊື່ ກຳມາສະທຳມະ ແຄວ້ນກຸຣຸ ຕຣັດສອນພິກຂຸທັງຫລາຍວ່າ
ເອກະຍາໂນ ອະຍັງ ພິກຂະເວ ມັຄໂຄ ສັຕຕານັງ ວິສຸທທິຍັງ....
ດູກ່ອນພິກຂຸທັງຫຼາຍ ທາງສາຍນີ້ເປັນທາງສາຍເອກ ເປັນໄປເພື່ອຄວາມບໍຣິສຸດຂອງສັດທັງຫຼາຍ ເພື່ອຣະງັບຄວາມໂສກເສົ້າ ແລະ ຄວາມອາໄລອາວອນ ເພື່ອດັບທຸກແລະໂທມະນັດ ເພື່ອບັນລຸອະຣິຍະມັກ ເພື່ອແຈ້ງພະນິບພານ ທາງສາຍນີ້ຄືສະຕິປັດຖານ”
ການຕັ້ງສະຕິຢູ່ໃນ 4 ຢ່າງ (ການຕັ້ງສະຕິກຳໜົດພິຈາຣະນາໃນກາຍ, ເວທະນາ, ຈິດ ແລະ ທັມ)
1. ກາຍານຸປັສສະນາ ການຕັ້ງສະຕິກຳໜົດພິຈາຣະນາກາຍໃນກາຍ ເຊິ່ງແບ່ງອອກເປັນ 6 ສ່ວນ
1) ພິຈາຣະນາກຳໜົດລົມຫາຍໃຈເຂົ້າ-ອອກ (ອານາປານະສະຕິ)
2) ພິຈາຣະນາກຳໜົດອິຣິຍາບົດຂອງກາຍເຊັ່ນ ຢືນ ເດີນ ນັ່ງ ນອນ (ອິຣິຍະບົດ)
3) ພິຈາຣະນາຮູ້ຕົວໃນການເຄື່ອນໄຫວເຊັ່ນ ກ້າວໄປ ກ້າວມາ ຄູ້ແຂນ ຢຽດແຂນ ກິນ ດື່ມ (ສັມປະສັນຍະ)
4) ພິຈາຣະນາຄວາມໂສກະປົກຂອງຮ່າງກ່າຍ ເຊິ່ງແບ່ງອກເປັນສ່ວນຍ່ອຍຕ່າງໆ ມີ ຜົມ ຂົນ...(ປະຕິກູນມົນສິການ)
5) ພິຈາຣະນາຮ່າງກາຍໂດຍຄວາມເປັນທາດເຊັ່ນ ດິນ, ນ້ຳ, ລົມ, ໄຟ (ທາຕຸ)
6) ພິຈາຣະນາຮ່າງກາຍທີ່ເປັນສົບ ມີລັກສະນະຕ່າງໆ 9 ຢ່າງ (ນະວະສີວະຖີກາ)
2. ເວທະນານຸປັສສະນາ ຄືການຕັ້ງສະຕິພິຈາຣະນາເວທະນາ (ຄວາມຮູ້ສຶກອາຣົມ) 9 ຢ່າງ
1) ສຸກ
2) ທຸກ
3) ບໍ່ທຸກບໍ່ສຸກ
4) ສຸກປະກອບດ້ວຍອາມິດ (ເຫຍືອລໍ້ມີຮູບ, ສຽງ ເປັນຕົ້ນ)
5) ສຸກບໍ່ປະກອບດ້ວຍອາມິດ
6) ທຸກປະກອບດ້ວຍອາມິດ
7) ທຸກບໍ່ປະກອບດ້ວຍອາມິດ
8) ບໍ່ທຸກບໍ່ສຸກປະກອບດ້ວຍອາມິດ
9) ບໍ່ທຸກບໍ່ສຸກບໍ່ປະກອບດ້ວຍອາມິດ
3. ຈິດຕະນຸປັສສະນາ ຄືການຕັ້ງສະຕິພິຈາຣະນາຈິດ 16 ຢ່າງ
1) ຈິດມີຣາຄະ
2) ຈິດປາສະຈາກຣາຄະ
3) ຈິດມີໂທສະ
4) ຈິດປາສະຈາກໂທສະ
5) ຈິດມີໂມຫະ
6) ຈິດປາສະຈາກໂມຫະ
7) ຈິດຫົດຫູ່
8) ຈິດຟຸ້ງຊ້ານ
9) ຈິດໃຫຍ່ (ຈິດໃນຊານ)
10) ຈິດບໍ່ໃຫຍ່ (ຈິດບໍ່ເຖິງຊານ)
11) ຈິດມີຈິດອື່ນຍິ່ງກວ່າ
12) ຈິດບໍ່ມີຈິດອື່ນຍິ່ງກວ່າ
13) ຈິດຕັ້ງໝັ້ນ
14) ຈິດບໍ່ຕັ້ງໝັ້ນ
15) ຈິດຫລຸດພົ້ນ
16) ຈິດບໍ່ຫລຸດພົ້ນ
4. ທັມມມານຸປັສສະນາ ຄືການພິຈາຣະນາທັມ ເຊິ່ງແບ່ງອອກເປັນ 5 ສ່ວນ
1) ພິຈາຣະນາທັມທີ່ກັ້ນຈິດບໍ່ໃຫ້ບັນລຸສາມະທິ ເອີ້ນວ່າ ນິວອນ 5
2) ພິຈາຣະນາຂັນ 5 ຄື ຮູບ ເວທະນາ ສັນຍາ ສັງຂານ ແລະ ວິນຍານ
3) ພິຈາຣະນາອາຍະຕະນະພາຍໃນ 6 ຄື ຕາ ຫູ ດັງ ລີ້ນ ກາຍ ໃຈ
4) ພິຈາຣະນາທັມທີ່ເປັນອົງແຫ່ງການຕັດສະຮູ້ 7
5) ພິຈາຣະນາອະຣິຍະສັດ 4
ສະຫລຸບແລ້ວ ການພິຈາຣະນາກາຍ, ເວທະນາ, ຈິດ ແລະ ທັມ ທັງສີ່ຂໍ້ນີ້ ນອກຈາກມີລາຍການພິເສດດັ່ງທີ່ກ່າວມາແລ້ວ ຍັງມີລາຍການພິຈາຣະນາທີ່ຄືກັນອີກ 6 ປະການ
1) ທີ່ຢູ່ພາຍໃນ
2) ທີ່ຢູ່ພາຍນອກ
3) ທີ່ຢູ່ທັງພາຍໃນແລະພາຍນອກ
4) ທີ່ມີຄວາມເກີດເປັນທຳມະດາ
5) ມີຄວາມເສື່ອມໄປເປັນທຳມະດາ
6) ທີ່ມີທັງຄວາມເກີດຂື້ນແລະເສື່ອມໄປເປັນທຳມະດາ
ອ້າຍຈົວນ້ອຍກຳລັງປະຕິບັດທັມຢູ່ວັດຜາໂອ
Cr. Youtube.com
ຄັດຈາກ ພຣະໄຕຣປິດົກສຳລັບປະຊາຊົນ ຕອນວ່າດ້ວຍພຣະສູດ (ພາສາໄທ) ໜ້າ 162 - 163
No comments:
Post a Comment