ໜ້າຫຼັກ »
ທັມມະສຶກສາ
» ເລີກງາມຍາມດີ
ເລີກງາມຍາມດີ
ຄວາມເຊື່ອເລີກງາມຍາມດີເປັນສິ່ງທີ່ຫລາຍຄົນມີຢູ່ແລະບາງທີອາດເຕາະຕ້ອງບໍ່ໄດ້. ຊ້ຳບໍ່ໜ່ຳາຍັງເປັນສິດທິຂອງບຸກຄົນຈະເຊື່ອຖືຫລືບໍ່ເຊື່ອຖື ເຊິ່ງໃນທາງກົດໝາຍກໍຂຽນໄວ້ຢ່າງຈະແຈ້ງ. ການຫາມື້ງາມຍາມດີເປັນທີ່ນິຍົມໃນສາສະໜາພາມ ເພາະເຊື່ອວ່າຖ້າເຮັດຖືກມື້ດີ ຊີວິດກໍຈະເປັນມຸງຄຸນ ຖ້າເຮັດບໍ່ຖືກມື້ ກໍຈະເປັນອຸບາດຫລືມະຫາອຸບາດ. ໃນປະຈຸບັນ, ການປຸກເຮືອນໃໝ່, ການແຕ່ງດອງ, ການເຮັດຈັດງານສັງຄົມຕ່າງໆ ປະຊາຊົນບາງຄົນກໍຍັງເຊື່ອຖືຢ່າງເຄັງຄັດ ເຖິງວ່າວັນເສົາ-ວັນອາທິດຈະມີຄວາມສະດວກຫລາຍກວ່າກໍບໍ່ເຮັດ ເພາະບໍ່ຖືກມື້ງາມຍາມດີຕາມຄວາມເຊື່ອຂອງຕົນ. ໃນຖານະທີ່ເຮົາເປັນຊາວພຸດ ເຮົາຄວນຈະເຊື່ອພຣະພຸດທະເຈົ້າ ເຊິ່ງເປັນພຸດທະສາດສະດາທີ່ເຮົາເຄົາລົບນັບຖືຢ່າງສູງສຸດໃນຊີວິດ ຄືກັບເຮົາເຊື່ອພໍ່ແມ່ຂອງເຮົາ ຫລື ຈະເຊື່ອຖືຜູ້ອື່ນ.
No comments:
Post a Comment