ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງມີຊີວິດຈົນມາຮອດສູ່ມື້ນີ້ກໍຖືວ່າບຸນຫລາຍແລ້ວ. ມີຫລາຍຊີວິດທີ່ດັບໄປຕັ້ງແຕ່ຕອນບໍ່ທັນເກີດ ຫລືເກີດມາແລ້ວກໍຕາຍແຕ່ຍັງນ້ອຍ. ຍິ່ງໄປກວ່ານັ້ນ ບາງຄົນຍັງມີບຸນຫລາຍທີ່ສຸດທີ່ໄດ້ພົບພຸດທະສາສະໜາແລະໄດ້ສຶກສາ-ປະຕິບັດທັມຂອງພຣະພຸດທະເຈົ້າ.

ທັ້ງໆທີ່ພວກເຮົາມີບຸນຫລາຍປານນັ້ນ ແຕ່ໃນຊີວິດຈິງບາງຄັ້ງພວກເຮົາກໍປະໝາດໄປຫລາຍບໍ໋?  ພວກເຮົາບໍ່ໄດ້ຖະໜຸຖະໜອມຊີວິດຂອງເຮົາເລີຍ ພວກເຮົາມັກຮັກຄົນອື່ນຫລາຍກວ່າຕົນເອງ ພວກເຮົາມັກທຳຮ້າຍຕົນເອງບໍ່ວ່າທາງກົງແລະທາງອ້ອມ ພວກເຮົາມັກເອົາຊີວິດຂອງຕົນໄປຝາກໄວ້ກັບຄົນອື່ນ ຫລື ຮ້າຍແຮງໄປກວ່ານັ້ນ ພວກເຮົາເຫັນຄົນອື່ນຫລືສິ່ງອື່ນສຳຄັນຫລາຍກວ່າຊີວິດຂອງຕົນເອງ.  ພວກເຮົາຮຽກຮ້ອງຄວາມຮັກຈາກຄົນອື່ນໆ ທັ້ງໆທີ່ຮູ້ວ່າຖ້າເຮົາບໍ່ຮັກຕົນເອງ ຄົນອື່ນກໍບໍ່ຮັກເຮົາ ຫລື ຖ້າບໍ່ມີເຮົາ ຄົນອື່ນຫລືສິ່ງອື່ນກໍບໍ່ມີ.

ຊີວິດຂອງພວກເຮົາຈະດຳລົງມາໄດ້ນັ້ນກໍຍ້ອນອາຫານ 2 ປະເພດ ເປັນເຄື່ອງຫລໍ່ລ້ຽງຄື ອາຫານກາຍ ແລະ ອາຫານໃຈ. ໃນຍຸກວັດຖຸນິຍົມຄືປະຈຸບັນນີ້ ພວກເຮົາຜັດມຸ່ງໃຫ້ຄວາມສຳຄັນແຕ່ອາຫານກາຍຫລາຍເກີນໄປ ຈົນລືມໃຫ້ອາຫານໃຈແກ່ຕົນເອງ. ພວກເຮົາພະຍາຍາມຊອກຫາອາຫານມາປ້ອນປະຕູທັງ 5 ຄື ລີ້ນ, ດັງ, ຕາ, ຫູ ແລະ ກາຍໜັງ. ໃນແຕ່ລະວັນ ພວກເຮົາຕ້ອງກິນ-ດື່ມໃຫ້ຫລາຍ, ສູດດົມໃຫ້ຫລາຍ, ເບິ່ງໃຫ້ຫລາຍ, ຟັງໃຫ້ຫລາຍ ແລະ ສຳພັດສິ່ງທີ່ຕົນເອງມັກໃຫ້ຫລາຍເທົ່າທີ່ຈະຫລາຍໄດ້.  ຍ້ອນພວກເຮົາໃຫ້ຄວາມສຳຄັນແຕ່ກາຍຫລາຍໂພດ ຈິ່ງເຮັດໃຫ້ຕົນເອງແລະສັງຄົມສູ່ມື້ນີ້ສັບສົນ ເພາະຕ້ອງແຍ່ງແຂ່ງຂັນກັນເພື່ອຕອບສະໜອງຄວາມຢາກທາງກາຍຂອງໃຜລາວ. ໃນຄວາມເປັນຈິງ ຄວາມສຸກທາງກາຍບໍ່ໄດ້ມີຄ່າຫຍັງໝົດ ຖ້າຫາກບໍ່ມີຄວາມສຸກທາງໃຈໃນທີ່ສຸດ. ຄວາມສຸກຂື້ນກັບການປຽບທຽບ ແລະການໃຫ້ຄ່າຄວາມຮູ້ສຶກຂອງແຕ່ລະຄົນ.  ໃຜຈະສາມາດຕັດສິນໄດ້ວ່າ ຄົນທີ່ນັ່ງກິນອາຫານຈານເດັດຢູ່ໂຮງແຮມ 7 ດາວ ມີຄວາມສຸກຫລາຍກວ່າຊາຍຄົນໜຶ່ງນັ່ງຈ້ຳໝົກປາແດກຢູ່ກ້ອງຮົ່ມໄມ້ ເຊິ່ງກຳລັງນັ່ງແຍງເຂົ້ານາຂອງເຂົາກຳລັງອອກຮ່ວງ.

ໃນເມື່ອເຮົາຮູ້ວ່າຊີວິດນີ້ມີຄຸນຄ່າ ສົມຄວນບໍທີ່ເຮົາຈະກັບມາເອົາໃຈໃສ່ຕົນເອງ ຮັກຕົນເອງໃຫ້ຫລາຍກ່ອນຈະໄປຮັກຄົນອື່ນ ສົມຄວນບໍທີ່ເຮົາຈະມາໃຫ້ຄວາມສຳຄັນອາຫານໃຈເທົ່າໆກັບອາຫານກາຍ ແລະດຳລົງຊີວິດດ້ວຍຄວາມບໍ່ປະໝາດ. ຖ້າເຮົາເກີດມາ ມີຊີວິດດ້ວຍຄວາມປະໝາດ ບໍ່ໄດ້ສຶກສາທັມແລະປະຕິບັດທັມແລ້ວ ກໍຖືວ່າເກີດມາເສຍຊາດແລະມີຫວັງອວາຍໜ້າໄປສູ່ທຸກຄະຕິພູມຢ່າງໜ້າສັງເວດ.



Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11512