ພຸດທະສາສະໜາໃຫ້ຄວາມສຳຄັນແກ່ຈິດໃຈຂອງຄົນຫລາຍກວ່າສິ່ງອື່ນໆ. ຫລາຍຄົນກໍເຄີຍຈະໄດ້ຍິນຄຳເວົ້າທີ່ວ່າ ຈິດເປັນນາຍ ກາຍເປັນບ່າວ. ການສຳພັດຜ່ານທວານທັງ 5 ຄື ຕາ ຫູ ລີ້ນ ດັງ ແລະ ກາຍ ຂອງຄົນເຮົາ ເຊິ່ງທຳໃຫ້ເກີດສຸກກໍດີ ທຸກກໍດີ ຫລືເສີຍໆກໍດີ ລ້ວນແມ່ນໃຈເປັນຕົວຕັດຮັບອາຣົມໃນທີ່ສຸດ. ສະຫລຸບແລ້ວ ຈະສຸກກໍສຸກທີ່ໃຈ ແລະ ຈະທຸກກໍທຸກໃຈເຊັ່ນດຽວກັນ. ດ້ວຍເຫດນີ້, ຄຳສອນຂອງພຣະພຸດທະເຈົ້າຈິ່ງເນັ້ນໃນຄົນເຮົາກຳຈັດປັດເປົ່າໃຈຂອງເຮົາໃຫ້ໃສສະອາດ ປາສະຈາກກິເລດ ກໍຄືອະກຸສົນທັງຫລາຍ. ຈິດຂອງຄົນເປັນຕົວບັນທຶກເຫດການຕ່າງໆຂອງຊີວິດ ບໍ່ວ່າທ່ານຈະເຮັດດີ ເຮັດຊົ່ວ ຈິດຍ່ອມຈຳເອົາໄວ້ຢ່າງບໍ່ລືມຫລົງ. ຄົນເຮົາທັງຫລາຍປາດຖະໜາເອົາແທ້ໆວ່າ ຢາກຈຳໃນສິ່ງທີ່ບໍ່ຢາກລືມ ແລະຢາກລືມໃນສິ່ງທີ່ບໍ່ຢາກຈຳ ແຕ່ບໍ່ມີໃຜສົມຫວັງຈັກຄົນ. ຈິດຂອງຄົນຄືປາກກາທີ່ຈະຈົດກ່າຍເຫດການຂອງຊີວິດຂອງຄົນເຮົາທັງໝົດເອົາໄວ້ໃນປື້ມປະຫວັດສາດຂອງຕົນເອງ.
ດ້ວຍເຫດນີ້, ມັນຈະດີກວ່າບໍຖ້າເຮົາຫາກປະຄັບປະຄອງຈິດຂອງເຮົາໃຫ້ບໍລິສຸດ ດ້ວຍຄວາມພະຍາຍາມລະຊົ່ວທັງປວງ ກະທຳແຕ່ຄວາມດີ ພ້ອມທັງຮັກສາຈິດຂອງຕົນໃຫ້ບໍລິສຸດ. ຢ່າລືມວ່າ ທຸກສິ່ງທີ່ເຮົາເປັນໃນມື້ນີ້ເປັນຜົນກຳຂອງເຮົາໃນອະດີດ ຄືຈາກອະດີດຕະຊາດແລະປະຈຸບັນນະຊາດ. ຫລາຍຄົນບໍ່ເຊື່ອເລື່ອງຈິດຂອງຄົນຂ້າມພົບຊາດໄດ້ ກໍມີເຫດຜົນ ເພາະເປັນເລື່ອງພິສູດໄດ້ຍາກ. ແຕ່ເຊື່ອວ່າທຸກຄົນເຄີຍມີຄວາມຝັນ ເຄີຍຝັນດີ ກໍມີຄວາມສຸກແລະບໍ່ຢາກຕື່ນ ຫລືຕື່ນກໍຢາກຝັນອີກ ກົງກັນຂ້າມຖ້າຝັນເຫັນຜີອຳ ຫລືຄົນໄລ່ຂ້າຕະຫລອດຄືນຈະເປັນແນວໃດ? ສົມມຸດຫລີ້ນໆວ່າຄວາມຝັນຄືຊີວິດຫລັງຄວາມຕາຍແລ້ວ ທ່ານຈະຮູ້ສຶກແນວໃດ?
No comments:
Post a Comment