ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ເວນຣະງັບດ້ວຍການບໍ່ຈອງເວນ

ຄົນເຮົາເກີດມາກໍຕ້ອງຢູ່ໃນສັງຄົມເປັນທຳມະດາ ນັບແຕ່ສະຖານບັນຄອບຄົວຈົນໄປຮອດໂຮງຮຽນ ບ່ອນເຮັດວຽກ ຫລືສັງຄົມພາຍນອກ. ການຢູ່ຮ່ວມກັນໃນສັງຄົມທີ່ມີຫລາຍຄົນ ມີຫລາຍຄວາມຄິດ ມີຫລາຍວັດທະນະທຳ ກໍຕ້ອງມີການຂັດແຍ່ງກັນເປັນເລື່ອງປົກກະຕິ. ເຮົາບໍ່ສາມາດຈະເຮັດໃຫ້ທຸກຄົນພໍໃຈຫລືເປັນມິດຕໍ່ເຮົາໝົດ ແລະກໍບໍ່ແມ່ນທຸກຄົນຈະເຮັດໃຫ້ຖືກໃຈເຮົາເຊັ່ນດຽວກັນ ຍ້ອນວ່າທຸກຄົນມີຈິດໃຈຕ່າງໆ ແມ່ນແຕ່ໂຕເຮົາເອງບາງຄັ້ງກໍຍັງຢ້ານຮ້າຍໃຫ້ຕົນເອງ.  ສະນັ້ນ ພວກເຮົາບໍ່ຄວນຫວັງຈາກຄົນອື່ນໆຫລາຍເກີນໄປ.

ເຮົາຕ້ອງຍອມຮັບວ່າການຢູ່ໃນສັງຄົມຍ່ອມມີການກະທົບກະທັ່ງເປັນເລື່ອງປົກກະຕິ. ບາງທີກໍເຮົາເຮັດໃຫ້ເຮົາ ແລະບາງທີເຮົາອາດເຮັດໃຫ້ເຂົາ ຈະເປັນຄວາມຕັ້ງໃຈຫລືບໍກໍຕາມ. ເຮົາອາດຈະເຄີຍປະສົບກັບຄວາມທຸກກາຍແລະໃຈຍ້ອນການກະທຳຂອງຄົນອື່ນໃນອະດີດຜ່ານມາ ແລະກໍຈະປະເຊີນຕື່ມອີກໃນອະນາຄົດຢ່າງຫລີກລ້ຽງບໍ່ໄດ້. ເຮົາບໍ່ສາມາດຈະໄປຫ້າມປາກຂອງຄົນບໍ່ໃຫ້ນິນທາ ດ່າ ຫລື ດູມິ່ນປະມາດເຮົາໄດ້ ນອກຈາກການຫ້າມໃຈຕົນເອງ.  ຄຳນິນທາ ດ່າ ປະມາດຂອງຄົນອື່ນໆຖ້າສົມທຽບຄືຂີ້ ຍ່ອມເໝັນເປັນທຳມະດາ ແຕ່ຫລາຍຄົນກໍມັກຈະເກັບເອົາໄວ້ເປັນຂອງທີ່ລະນຶກ ແທນທີ່ຈະຮີບລ້າງອອກ ຄືກັບໝອງຕິດໜ້າຝາກ.

ການເກັບຄວາມທຸກທີ່ຜູ້ເຮັດໃຫ້ຕົນເອງເອົາໄວ້ເປັນເລື່ອງບໍ່ສົມຄວນ. ຫລາຍຄົນຄິດວ່າໃຜກໍຕາມທີ່ເຮັດໃຫ້ເຮົາເຈັບ ຈະຕ້ອງເອົາຄືນຢ່າງຊະສົມທັງຕົນທຶນແລະກຳໄລແລ້ວກໍເປັນການຫລີ້ນກັບຂີ້ຢ່າງບໍ່ຮູ້ຈົບ. ມີແຄ້ນຕ້ອງຊຳລະ ເຮົາບໍ່ແມ່ນພະເອກໜັງຈີນ ຊີວິດບໍ່ແມ່ນລະຄອນ ເຖິງມັນຈະຄ້າຍຄືກັນບາງສາກກໍຕາມ. ພວກເຮົາຄວນຮູ້ຈັກຄຳວ່າ ໃຫ້ອະໄພ ເພາະການໃຫ້ອະໄພ ຈະເຮັດໃຫ້ໂລກນີ້ມີຄວາມສຸກຫລາຍຂື້ນ. ການໃຫ້ອະໄພຍັງເປັນການສ້າງບຸນກຸສົນອັນໜຶ່ງ ເຊິ່ງບໍ່ໄດ້ລົງທຶນຍັງຫລາຍ. ເຮົາຄວນຄິດສະເໝີວ່າ ເມື່ອເຮົາກ້າໃຫ້ອະໄພແກ່ຄົນອື່ນ ຄົນອື່ນກໍກ້າທີ່ຈະໃຫ້ອະໄພແກ່ເຮົາເຊັ່ນດຽວກັນ. ມັນຍຸຕິທຳແລະຄວນເຮັດບໍ?

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11594