ຮັບບິນທະບາດຂອງທ້າວຈຸນທະ
ຮຸ່ງເຊົ້າຂອງວັນວິສາຂະປຸຣະມະນີ (ຂື້ນ 15 ຄ່ຳ ເດືອນ 6) ພຣະພຸດທະອົງພ້ອມດ້ວຍພຣະສົງເດີນທາງໄປຮັບບິນທະບາດຢູ່ເຮືອນຂອງທ້າວ ຈຸນທະ ແລະພາຍຫຼັງນັ່ງລົງອາສະນະແລ້ວ ພຣະອົງໄດ້ບອກໃຫ້ທ້າວ ຈຸນທະ ຖວາຍ ສູກອນມັດທະວະ ແກ່ພຣະອົງແຕ່ຜູ້ດຽວ ສ່ວນທີ່ເຫຼືອໃຫ້ເອົາໄປຝັງຖີ້ມ. ເມື່ອພຣະພຸດທະອົງສັນອາຫານຂອງທ້າວຈຸນທະແລ້ວ ກໍເກີດອາການອາພາດຢ່າງໜັກໜ່ວງ ຮາກເປັນເລືອດ ແຕ່ພຣະອົງຍັງມີສະຕິສຳປະສັນຍາອົດກັ້ນ ແລະໄດ້ອອກເດີນທາງໄປເມືອງກຸສິນາຣາ.
ຈາກນັ້ນໄດ້ເດີນທາງຂ້າມແມ່ນ້ຳຫິຣັນຍະວະດີເຖິງສາລະວະໂນທະຍານ ເມືອງກຸສິນາຣາ ພຣະອົງໄດ້ບອກໃຫ້ພຣະອານົນຕັ້ງຕຽງຫັນຫົວໄປທາງທິດອຸດອນ ລະຫວ່າງຕົ້ນຮັ່ງທັງຄູ່ ຊົງສຳເລັດສີຫະໄສຍາ ມີສະຕິສຳປະສັນຍະ ແຕ່ບໍ່ໄດ້ມີມົນສິການ (ຄວາມຄິດ) ທີ່ຈະລຸກຂື້ນ ເພາະວ່າເປັນການນອນຄັ້ງສຸດທ້າຍຂອງພຣະອົງ.
ໂປຣດສຸພັດທະ
ມີປະຣິພາຊົກຄົນໜຶ່ງຊື່ວ່າ ສຸພັດທະ ໄດ້ຂໍເຂົ້າເຝົ້າ ແຕ່ພຣະອານົນໄດ້ຫ້າມໄວ້ເຖິງ 3 ຄັ້ງ ໃນທີ່ສຸດພຣະພຸດທະອົງໄດ້ອະນຸຍາດໃຫ້ສຸພັດທະເຂົ້າເຝົ້າ. ສຸພັດທະໄດ້ຂໍຖາມເຖິງຄູທັງ 6 ວ່າໄດ້ຕຣັດສະຮູ້ດ້ວຍປັນຍາແທ້ຫຼືບໍ່ ດຳລັບພຣະອົງໄດ້ຕຣັດວ່າ ມັກມີອົງ 8 ມີຢູ່ໃນທຳວິໄນໃດ ພຣະອະຣິຍະບຸກຄົນຍ່ອມມີໃນທຳວິໄນນັ້ນ ແຕ່ມັກມີອົງ 8 ມີຢູ່ໃນທຳວິໄນນີ້ເທົ່ານັ້ນ ຫາກວ່າຄົນທັງຫຼາຍຍັງປະຕິບັດຊອບຢູ່ແລ້ວ ໂລກຈະບໍ່ວ່າງຈາກພຣະອະຣະຫັນ. ສຸພັດທະເກີດເລື່ອມໃສແລະຂໍບວດ ຫລັງຈາກນັ້ນໄດ້ອອກໄປປະຕິບັດທຳຢູ່ປ່າ ຈົນສຳເລັດເປັນພຣະອະຣະຫັນຄາວຕໍ່ມາ. ພຣະສຸພັດທະຖືວ່າເປັນພຣະອະຣະຫັນຕະສາວົກອົງສຸດທ້າຍ.
ໂອວາດແກ່ພິກຂຸ
ຈາກນັ້ນພຣະອົງໄດ້ໃຫ້ໂອວາດແກ່ພຣະສົງວ່າ “...ທ່ານທັງຫຼາຍຢ່າຄິດວ່າສາສະນະທັມ ມີພຣະສາດສະດາເສຍແລ້ວ ພຣະສາດສະດາຂອງເຮົາບໍ່ມີ ທ່ານທັງຫຼາຍບໍ່ຄວນເຫັນເຊັ່ນນັ້ນ, ທັມກໍດີ ວິໄນກໍດີ ອັນໃດຕະຖາຄົດໄດ້ສະແດງໄວ້ແລ້ວ ໄດ້ບັນຍັດໄວ້ແລ້ວແກ່ທ່ານທັງຫຼາຍ ທັມແລະວິໄນນັ້ນຈັກເປັນເປັນສາດສະດາຂອງທ່ານທັງຫຼາຍ...” ແລະໄດ້ເຕື່ອນພິກຂຸເປັນຄັ້ງສຸດທ້າຍ (ປັຈສີມໂອວາດ) ວ່າ
“ວະຍະທັມມາ ສັງຂາຣາ ອັປປະມາເທນະ ສັມປະເທຖະ ສັງຂານທັງຫຼາຍມີຄວາມເສື່ອມສະຫລາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງທຳກິດອັນປະໂຫຍດແກ່ຕົນແລະຜູ້ອື່ນໃຫ້ເຖິງພ້ອມ ດ້ວຍຄວາມປະມາດເທີ້ນ”
ປະຣິນິບພານ
ຈາກນັ້ນ ພຣະອົງບໍ່ໄດ້ຕຣັດອັນໃດເລີຍ ມີແຕ່ທຳປະຣິນິບພານປະຣິກຳດ້ວຍອະນຸບພະວິຫາຣະສະມາບັດທັງ 9 ຄື ເຂົ້າຣູປະຊານສະມາບັດທັງ 4 (ຣູບປະຊານ) ຕາມລຳດັບ ອອກຈາກຣູບປະຊານທີ່ 4 ແລ້ວເຂົ້າອະຣູປະສະມາບັດທັງ 4 (ອະຣູປະຊານ) ອອກຈາກອະຣູປະຊານທີ່ 4 ແລ້ວ ເຂົ້າສັນຍານາເວທະຍິດນິໂຣດ ດັບຈິດສັງຂານ (ສັນຍາແລະເວທະນາ) ເມື່ອອອກຈາກສັນຍາເວທະຍິດນິໂຣດແລ້ວ ເຂົ້າອະຣູປະຊານທີ່ 4 ແລະຖອຍຫຼັງຕາມລຳດັບຈົນຮອດປະຖົມມະຊານ ອອກຈາກປະຖົມມະຊານແລ້ວ ເຂົ້າທຸຕິຍະຊານ ຕະຕິຍະຊານ ແລະຈຸຕຸດຖະຊານໂດຍລຳດັບ ພິຈາຣະນາອົງແຫ່ງຈະຕຸດຖະຊານນັ້ນແລ້ວ ກໍອອກຈາກຊານຍັງບໍ່ທັນເຂົ້າສູ່ອະຣູປະຊານ ກໍສະເດັດດັບຂັນທະປະຣິນິບພານ ໃນຄືນວັນອັງຄານ ຂື້ນ 15 ຄ່ຳ.
ສະຖານທີ່ປະຣິນິບພານຂອງພຣະພຸດທະເຈົ້າ
ຮູບ: ຫົງສາ ບໍຣິບູນ
# ຂ້າພະເຈົ້າໄດ້ສັງລວມພຸດທະປະຫວັດໂດຍຫຍໍ້ ດ້ວຍຄຳສັບສາມັນເພື່ອໃຫ້ທ່ານຜູ້ອ່ານຈື່ແລະເຂົ້າໃຈງ່າຍ ຖ້າຫາກທ່ານຜູ້ອ່ານຕ້ອງການຢາກຮູ້ລາຍລະອຽດກໍສາມາດຊອກຫາອ່ານເພີ່ມເຕີມຕື່ມ. ຈຸດປະສົງເບື້ອງຕົ້ນຂອງຂ້າພະເຈົ້າກໍຄືໃຫ້ທ່ານສາທຸຊົນຜູ້ສົນໃຈກຳໄດ້ປະຫວັດຂອງພຣະພຸດທະເຈົ້າ ແລະເພີ່ມເກີດສັດທາຂອງທ່ານ ເພື່ອຈັກໄດ້ມຸງໝັ້ນໃນການສຶກສາທັມ ແລະປະຕິບັດທັມຂອງພຣະສາດສະດາໃນການຕໍ່ໄປ.