ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ພຣະໄຕຣປິດົກ

ໄຕຣປິດົກ ຫລື ພຣະໄຕຣປິດົກ ມາຈາກຄຳສັບ “ຕິ, ໄຕຣ” (ສາມ) + ປິດົກ (ຕຳລາ, ຄຳພີ ຫລື ພາຖາດ) ເຊິ່ງໝາຍເຖິງກະຕ່າ, ພາຖາດ ຫລື ພາຊະນະ 3 ອັນຮອງຮັບຫລັກທັມຄຳສອນຂອງພຣະພຸດທະເຈົ້າ ທີ່ມີເນື້ອຫາເຖິງ 84,000 ພຣະທັມມະຂັນ
      1) ພຣະວິນັຍປິດົກ (ວິໄນປິດົກ) ວ່າດ້ວຍວິໄນຫລືສິນຂອງພິກຂຸແລະພິກຂຸນີ
      2) ພຣະສຸຕຕັນຕະປິດົກ (ສູດຕັນຕະປິດົກ) ວ່າດ້ວຍພຣະທັມມະເທສະນາທົ່ວໄປ
      3) ພຣະອະພິທັມປິດົກ (ອະພິທຳປິດົກ) ວ່າດ້ວຍທຳມະລ້ວນໆ ຫລື ຫລັກທຳຂໍ້ສຳຄັນ

ໃນໜັງສື ພຣະໄຕປິດົກ ສິ່ງທີ່ຊາວພຸດຕ້ອງຮູ້, ພຣະອາຈາຣຍ ປ.ອ ປະຍຸຕໂຕ ໄດ້ສະແດງຄວາມສຳຄັນຂອງພຣະໄຕຣປິດົກທີ່ໜ້າສົນໃຈເອົາໄວ້ດັ່ງນີ້:
1) ພຣະໄຕຣປິດົກັບພຣະຣັດຕະນະໄຕຣ
     ເປັນທີ່ສະຖິດຂອງພຣະພຸດທະເຈົ້າ (ທຳວິໄນເປັນສາດສະດາແທນພຣະອົງ), ພຣະທັມ (ເຮົາຮູ້ຈັກພຣະທຳ ຄຳສັ່ງສອນຂອງພຣະພຸດທະເຈົ້າຈາກປະໄຕຣປິດົກ) ແລະ ພຣະສົງ (ພຣະໄຕປິດົກເປັນສິ່ງຮອງຮັບຂອງພຣະສົງ ຍ້ອນພຣະສົງນັ້ນເກີດຈາກພຸດທະບັນຍັດໃນພຣະໄຕຣປິດົກ- ພິກຂຸສັງຄະ).

2) ພຣະໄຕຣປິດົກກັບພຸດທະບໍຣິສັດ 4
    ເພາະພຣະພຸດທະອົງຕຣັດວ່າພຣະອົງຈະປະຣິນິບພານ ກໍຕໍ່ເມື່ອພຸດທະບໍຣິສັດ 4 ມີຄຸນສົມບັດພ້ອມທີ່ຈະຮັກສາພຣະສາສະໜາໄວ້ໄດ້.

3) ພຣະໄຕປິດົກກັບໄຕຣສິກຂາ
    ພຸດທະສາສະໜາທີ່ເປັນແກ່ນສານແທ້ໆ ກໍຄືຜົນທີ່ເກີດເປັນຄວາມດີ ເປັນຄວາມຈະເຣີນກ້າວໜ້າ ຫລື ເປັນການພັດທະນາຂື້ນຂອງໄຕຣສິກຂາໃນຊີວິດຂອງເຮົາ.  ການລະກິເລດ ຫລື ອະກຸສົນມູນ 3 ຢ່າງ ໂລພະ ໂທສະ ໂມຫະ ຕ້ອງການອາໄສການປະຕິບັດຕາມ ສິນ ສະມາທິ ປັນຍາ. ໃນພຣະໄຕຣປິດົກ ພຣະວິໄນ ກໍຄືສິນ, ພຣະສູດກໍຄືສະມາທິ (ໃນຄວາມເປັນຈິງມີທັງສິນ ສະມາທິ ແລະປັນຍາ ແຕ່ທ່ານມຸ່ງເອົາສະມາທິເພາະເປັນການພັດທະນາຈິດໃຈ) ແລະ ພຣະອະພິທັມ ກໍຄືປັນຍາ.


ພຣະໄຕຣປິດົກສະບັບພາສາລາວສ້າງຂື້ນໃນປີ 1975
ຈຳນວນໜຶ່ງຍັງຫລົງເຫລືອຢູ່ຕູ້ພຣະໄຕຣປິດົກ ວັດພຣະທາດຫລວງເໜືອ, ນະຄອນຫຼວງວຽງຈັນ

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11541