ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ມິດຕະພາບລາຄາແພງ

                                           ໂດຍ ພ. ໄຊຍະສຸກ

     ໂລກຈັກວ້າງຕໍ່ກວ້າງ             ຍັງມາພົບເຫັນກັນ
     ຜູ້ສຳພັນໄມຕຣີ                    ຮັກແພງຈິງແທ້
     ບໍ່ໄດ້ແປແປງປີ້ນ                   ຕາມການເວລາຜ່ານ
     ຫລາຍເຫດການພິສູດແລ້ວ     ເຮົາຮູ້ວ່າເພື່ອນຈິງ

     ເພື່ອນດີ ຄືເພື່ອນໃຫ້              ຄວາມສຸກເວລາລົມ
     ປະສົມຄວາມຈິງໃຈ                ບໍ່ລວງຫລອນໃຊ້
     ມີຈິດໃຈເອືອເຟື້ອ                  ເຕັມໃຈອາສາຊ່ວຍ
     ຍາມໝູ່ທຸກເດືອດຮ້ອນ           ຫວັງໄດ້ເພິ່ງພາ

     ສ່ຽວ ສອງເຮົາຮຽກເອີ້ນ          ມາຈາກໃນຫົວໃຈ
     ບໍ່ແມ່ນຮ້ອງເວລາເມົາ            ດັ່ງຄົນກິນເຫລົ້າ
     ໂຕແລະເຮົາຄຳນີ້                  ລວຍຈົນບໍ່ໄດ້ກ່ຽວ
     ກະຊິຕາຍຄືດຽວ ບໍ່ວ່າລວຍລົ້ນຟ້າ ຈະຫາອ້າງອວດເຮັດຫຍັງ

     ມິດຕະພາບເຮົາຮ່ວມສ້າງ        ຍືນຮອດປະຈຸບັນ
     ມີຄວາມສຳຄັນລາຄາແພງ       ຄູ່ຄວນຮັກສາໄວ້
     ຢ່າໃຫ້ໄຫລເລືອນຖີ້ມ             ພຽງຄຳ ຜົນປະໂຫຍດ
     ຂ້ອຍລະໂລດເສຍດາຍ ຖ້າມີການລືບລ້າງ ສຳພັນສ້າງຮັກເຮົາ ສ່ຽວເອີຍ

         
            ກຳລັງຂີ່ລົດຖີບເລາະຫລີ້ນທ່ຽວຊົມດອກຊາກຸຣະ ຍີ່ປຸ່ນ 2014

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ