ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ຖານະ 5 ສິ່ງທີ່ເຮົາຄວນພິຈາຣະນາຢູ່ເລື້ອຍໆ


ການເກີດ ແກ່ ເຈັບ ຕາຍ ພັດພາກຈາກຄົນຮັກແລະຂອງຮັກເປັນເລື່ອງທີ່ທຸກຄົນຈະຕ້ອງປະສົບພົບພໍ້ບໍ່ວັນໃດກໍວັນໜຶ່ງຢ່າງຫລີກລ້ຽງບໍ່ໄດ້ ບໍ່ໄວກໍຊ້າ ເຖິງວ່າເຮົາຊິມັກຫລືບໍ່ມັກກໍຕາມ ຫລືຊິຮູ້ ບໍ່ຮູ້ກໍຕາມ. ເມື່ອເວລານັ້ນມາເຖິງ ເຮົາກໍຮັບທຸກທໍລະມານ ນ້ຳຕາອາບແກ້ມ ໂສກເສົ້າອາໄລອາວອນ... ແລະກໍຕ້ອງທຳໃຈໃນທີ່ສຸດ.  ຍິ່ງຮັກຫລາຍ ກໍຍິ່ງທຸກຫລາຍ. ໃນຄວາມເປັນຈິງສັບພະສິ່ງເກີດຂື້ນ ຕັ້ງຢູ່ ແລະ ດັບໄປ ເປັນທຳມະດາ.  ແຕ່ຄົນທັງຫລາຍມັກປາດຖະໜາເອົາແທ້ໆ ເກີດມາແລ້ວບໍ່ຢາກແກ່ ບໍ່ຢາກເຈັບ ບໍ່ຢາກຕາຍ ຫລືຕາຍກໍໃຫ້ດົນໆຈິ່ງຕາຍ.  ພຣະທ່ານວ່າເມື່ອເກີດມາ ຄວາມຕາຍມັນກໍມາພ້ອມ ແລະສິ່ງສຳຄັນເຮົາຮູ້ວັນເກີດ ແຕ່ບໍ່ຮູ້ວັນຕາຍ. ບູຮານເຮົາຍັງວ່າ ຄວາມຕາຍນີ້ແຄ້ນຄໍທຸກບາດຍ່າງ ຕື່ນມື້ເຊົ້າເຫັນໜ້າຈິ່ງວ່າຍັງ. ດ້ວຍເຫດນີ້, ພຣະພຸດທະເຈົ້າເພິ່ນຈຶ່ງໃຫ້ເຮົາພິຈາລະນາຢູ່ສະເໝີວ່າ ເຮົາມີຄວາມຕາຍເປັນທຳມະດາ.... ເມື່ອຄວາມຕາຍມາເຖິງ ເຮົາກໍຮູ້ວ່າມັນເປັນເລື່ອງປົກກະຕິເພາະວ່າໄດ້ທຳໃຈໄວ້ກ່ອນນັ້ນແລ້ວ ຄວາມທຸກພວກເຮົາກໍໜ້ອຍລົງ. ເຄີຍເຫັນໃຜໂສກເສົ້າຫລືເສຍໃຈ ເມື່ອເຫັນໃບໝາກມ່ວງໃບໜຶ່ງຢູ່ໜ້າເຮືອນຂອງເຂົາເຫລົ່າລົງ. ຖ້າເຮົາທຳຄວາມລື້ງເຄີຍກັບມັນແລ້ວ ການທຳຊົ່ວຂອງເຮົາກໍຈະໜ້ອຍ ຄວາມສຸກກໍຫລາຍຂື້ນ.


Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11571