ຣູປະຊານ 4
1. ປະຖົມມະຊານ (ຊານທີ່ 1) ມີອົງທັມຢູ່ 5 ຄື ວິຕົກ, ວິຈານ, ປິຕິ, ສຸຂ ແລະ ເອກັຄຄະຕາ
- ວິຕົກ ການຍົກຈິດຂື້ນສູ່ອາຣົມກັມມະຖານ ໝາຍເຖິງຄວາມນຶກຄິດກຳນົດໃນອາຣົມຂອງກັມມະຖານ
- ວິຈາຣ (ວິຈານ) ການພິຈາຣະນາອາຣົມ (ການຄິດທົບທວນໃນຮູບນິມິດ ມີອາການ ເຄື່ອນໄຫວ ຫລື ຄົງທີ່, ຖ້າ
ເປັນອົງພາວະນາ ພາວະນາຄົບຖ້ວນບໍ ຜິດຖືກແນວໃດ...)
- ປິຕິ ຄວາມອີ່ມໃຈ (ມີອາການ 5ຢ່າງຄື ຂົນລຸກ, ນ້ຳຕາໄຫລ, ໂຕໂຍກໄປ-ມາ, ຮ່າງກາຍລອຍຕົວ,
ຮ່າງກາຍໃຫຍ່ຂື້ນກວ່າປົກກະຕິ)
- ສຸຂ (ສຸກ) ຄວາມສຸກເບິກບານໃຈຫາສິ່ງໃດປຽບບໍ່ໄດ້ ບໍ່ເຄີຍມີຄວາມແບບນີ້ມາກ່ອນໃນຊີວິດ
- ເອກັຄຄະຕາ (ເອກັກຄະຕາ) ຄວາມມີອາຣົມເປັນອັນດຽວ, ຈິດທີ່ມີອາຣົມເປັນໜຶ່ງ
2. ທຸຕິຍະຊານ (ຊານທີ 2) ມີອົງທັມຢູ່ 3 ຄື ປິຕິ, ສຸຂ ແລະ ເອກັຄຄະຕາ
3. ຕະຕິຍະຊານ (ຊານທີ 3) ມີອົງທັມຢູ່ 2 ຄື ສຸຂ ແລະ ເອກັຄຄະຕາ
4. ຈະຕຸຕຖະຊານ (ຊານທີ່ 4) ມີອົງທັມຢູ່ 2 ຄື ອຸເປກຂາ (ຄວາມວາງເສີຍ) ແລະ ເອກັຄຄະຕາ
ອະຣູປະຊານ 4
1. ອາກາສານັນຈາຍະຕະນະ ຊານທີ່ກຳນົດອາກາດ (space) ຫາທີ່ສຸດບໍ່ໄດ້
2. ວິນຍານັນຈາຍະຕະນະ ຊານທີ່ກຳນົດວິຍານຫາທີ່ສຸດບໍ່ໄດ້
3. ອາກິນຈັນຍາຍະຕະນະ ຊານທີ່ກຳນົດພາວະທີ່ບໍ່ມີສິ່ງໃດໆ (ຄວາມວ່າງ)
4. ເນວະສັນຍານາສັນຍາຍະຕະນະ ຊານທີ່ເລີກກຳນົດສິ່ງໃດໆ ໂດຍປະການທັງປວງ
(ສັນຍາມີກໍບໍ່ແມ່ນ ບໍ່ມີສັນຍາກໍບໍ່ແມ່ນ)
# ຊານເປັນຜົນຂອງການຈະເຣີນສະມາຖະກັມມະຖານ (ສະມາທິ) ມີເປົ້າໝາຍສູງກໍຄືພຣົມບໍ່ມີຮູບ (ມີແຕ່ນາມ-ນິບພານພຣົມ) ເຊິ່ງກົງກັນຂ້າມກັບຍານ ເຊິ່ງເປັນຜົນຂອງການຈະເຣີນວິປັສສະນາກັມມະຖານ (ສະຕິ) ມີເປົ້າໝາຍຄືນິບພານ. ຜູ້ຈະໄປນິບພານຕ້ອງໄປສູງກວ່າອະຣູປະຊານ.
ຮູບ: ເອກະພົບຫລືຈັກກະວານ
Image Cr. google.com
--------------------------------
No comments:
Post a Comment