ເຫລັ້ມ 1 ມະຫາວິພັງ ພາກ 1 ວ່າດ້ວຍສິກຂາບົດໃນປາຕິໂມກຝ່າຍພິກຂຸ ມີ 19 ຂໍ້ (ອາບັດໜັກຫລືຄວາມຜິດສະຖານໜັກ)
ຄືປາຣາຊິກ 4, ສັງຄາທິເສດ 13 ແລະ ອະນິຍົດ 2.
ເຫລັ້ມ 2 ມະຫາວິພັງ ພາກ 2 ວ່າດ້ວຍສິກຂາບົດໃນປາຕິໂມກຝ່າຍພິກຂຸຂໍ້ທີ່ເຫລືອ ເຊິ່ງຢູ່ໃນລະດັບອາບັດເບົາຫລືຄວາມ
ຜິດສະຖານເບົາ ຄືຕັ້ງແຕ່ ນິດສັກຄີປາຈິດຕີ 30 ຈົບຄົບສິກຂາບົດ 227 (ສິນ 227).
ເຫລັ້ມ 3 ພິກຂຸນີວິພັງ ວ່າດ້ວຍສິກຂາບົດ 311 ຂອງພິກຂຸນີ.
ເຫລັ້ມ 4 ມະຫາວັກ ພາກ 1 ວ່າດ້ວຍສິກຂາບົດນອກປາຕິໂມກ ເຊິ່ງເປັນສິກຂາບົດທົ່ວໄປກ່ຽວກັບຄວາມເປັນຢູ່ແລະການ
ດຳເນີນການຂອງພິກຂຸຕອນຕົ້ນ ມີ 5 ຂັນ (ໝວດ) ຄືເລື່ອງການກຳເນີດພິກຂຸສົງແລະການອຸປະສົມບົດ, ອຸໂປສົດ,
ເຂົ້າພັນສາ ແລະປະວາຣະນາ (ອອກພັນສາ).
ເຫລັ້ມ 5 ມະຫາວັກ ພາກ 2 ວ່າດ້ວຍສິກຂາບົດນອກປາຕິໂມກຂັ້ນຕົ້ນຕໍ່ ມີ 6 ຂັນ (ໝວດ) ເລື່ອງເຄື່ອງໜັງ, ເພສັຊ (ຢາ),
ກະຖິນ, ຈີວອນ, ນິຄະຫະກັມ ແລະການຜິດຖຽງແລະຄວາມສາມັກຄີ.
ເຫລັ້ມ 6 ຈຸນລະວັກ ພາກ 1 ວ່າດ້ວຍສິກຂາບົດນອກປາຕິໂມກຕອນປາຍ ມີ 4 ຂັນ ຄືເລື່ອງນິຄະຫະກັມ, ວຸດຖານະວິທີ,
ແລະການລະງັບອະທິກອນ.
ເຫລັ້ມ 7 ຈຸນລະວັກ ພາກ 2 ວ່າດ້ວຍສິກຂາບົດນອກປາຕິໂມກຕອນປາຍຕໍ່ ມີ 8 ຂັນ ຄືເລື່ອງປີກຍ່ອຍ, ເລື່ອງເສນາສະນະ,
ສັງຄະເພດ, ການງົດສູດປາຕິໂມກ, ເລື່ອງພິກຂຸນີ, ເລື່ອງສັງຄາຍະນາຄັ້ງທີ 1 ແລະ 2.
ເຫລັ້ມທີ 8 ປະຣິວານ ຄູ່ມືຖາມ-ຕອບຊ້ອມຄວາມຮູ້ພຣະວິໄນ.
ກ່າວໂດຍຫຍໍ້ແລ້ວພຣະວິໄນກໍຄື ສິນ ນັ້ນເອງ.
# ຄັດຈາກ: ພຣະໄຕຣປິດົກ ສິ່ງທີ່ຊາວພຸດຕ້ອງຮູ້ ຂອງ ປ.ອ ປະຍຸຕໂຕ (ພາສາໄທ)
ພຣະອາຈາຣຍ໌ ປ.ອ ປະຍຸຕໂຕ (ສົມເດັດພຣະພຸດທະໂຄສາຈາຣຍ໌)
Image Cr. dhammajak.net
No comments:
Post a Comment