ນາງສຸຊາດາ ໄດ້ນຳເອົາເຂົ້າມະທຸປາຍາດໄປບວງສວງເທວະດາ ພໍເຫັນພຣະມະຫາບຸຣຸດປະທັບຢູ່ກ້ອງຕົ້ນໄຮດ້ວຍອາການສະຫງົບ ນາງຄິດວ່າເປັນເທວະດາ ຈິ່ງເອົາຖາດເຂົ້າມະທຸປາຍາດໄປຖວາຍແກ່ພຣະອົງ. ເມື່ອໄດ້ຮັບພາຖາດ ແລະສັນມະທຸປາຍາດຂອງນາງແລ້ວ ພຣະອົງກໍເອົາຖາດຄຳດັ່ງກ່າວໄປແຄມແມ່ນ້ຳເນຣັນຊະຣາ ແລະຕັ້ງຈິດອະທິຖານວ່າຖ້າພຣະອົງຫາກຈະໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຂໍໃຫ້ພາຖາດຄຳລອຍຂື້ນໄປເທິງ. ໃນທີ່ສຸດພາຖາດຄຳໄດ້ລອຍທວນກະແສນ້ຳຂື້ນໄປເບື້ອງເທິງ ແລະຈົມລົງບາດານໄປຊ້ອນຢູ່ກັບພາຖາດຄຳຂອງພຣະພຸດທະເຈົ້າ 3 ອົງທີ່ຕັດສະຮູ້ກ່ອນໜ້ນັ້ນແລ້ວ ພະຍານາກທີ່ນອນຢູ່ບາດານຕື່ນຂື້ນ ພ້ອມທັງກ່າວຄຳອະນຸໂມທະນາ.
Cr. Pantip
ຕອນແລງພຣະອົງໄດ້ກັບຄືນມາຍັງຕົ້ນໂພບ່ອນປະທັບ ແລະໄດ້ພົບກັບຄົນຫາບຫຍ້າຊື່ ໂສຕຖິຍະ, ຄົນຫາບຫຍ້າໄດ້ຖວາຍຫຍ້າໃຫ້ພຣະອົງປູຢູ່ກ້ອງຕົ້ນໂພ ແລະຂື້ນນັ່ງຫັນໜ້າໄປທາງທິດຕາເວັນອອກ ແລະໄດ້ຕັ້ງຈິດອະທິຖານວ່າ ແມ່ນວ່າເລືອດໃນຮ່າງກາຍເຮົາຈະແຫ້ງໄປເຫຼືອແຕ່ໜັງ ເອັນ ກະດູກ ກໍຕາມ ຖ້າຍັງບໍ່ໄດ້ບັນລຸທັມວິເສດແລ້ວ ຈະບໍ່ຍອມຍຸຕິຄວາມພຽນເປັນອັນຂາດ. ເມື່ອຕັ້ງຈິດອະທິຖານແລ້ວ ພຣະອົງກໍສັງລວມຈິດໃຫ້ສະຫງົບ ບຳເພັນພຽນທາງຈິດແລະໃນທີ່ສຸດພຣະອົງກໍໄດ້ຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ຮູ້ແຈ້ງເຊິ່ງອະຣິຍະສັດ 4 (ທຸກ, ສະມຸໄທ, ນິໂຣດ ແລະ ມັກ 8) ໃນວັນເພັງ 15 ຄ່ຳ ເດືອນ 6 ປີລະກາ ເມື່ອອາຍຸໄດ້ 35 ພັນສາ.
ຮູບ: ຫົງສາ ບໍຣິບູນ
ພຸດທະຄາຍາແມ່ນໜຶ່ງໃນ 4 ສັງເວຊະນິຍະສະຖານທີ່ສຳຄັນຂອງພຸດທະເຈົ້າ ເຊິ່ງເປັນຈຸດມຸ່ງໝາຍຂອງຊາວພຸດທົ່ວໂລກທີ່ໄຝ່ຝັນຢາກໄປນະມັດສະການຄັ້ງໜຶ່ງໃນຊີວິດເພື່ອລະນຶກເຖິງຄຸນຂອງພຣະພຸດທະເຈົ້າ.
ຊາວພຸດທະສະນິກະຊົນຈາກ ສປປ ລາວ ກຳລັງເຂົ້າໄປກຣາບໄຫວ້
ຮູບ: ຫົງສາ ບໍຣິບູນ
# ຂ້າພະເຈົ້າໄດ້ສັງລວມຫຍໍ້ ແລະໃຊ້ຄຳສັບສາມັນເພື່ອຫວັງໃຫ້ທ່ານຜູ້ອ່ານຈື່ງ່າຍໂດຍບໍ່ມີເຈຕະນາອື່ນໃດ.
No comments:
Post a Comment