ກາຍານຸປັສສະນາສະຕິປັດຖານ (ການກຳນົດທ່າຢືນ)
1) ຫລັກການປະຕິບັດ

ທິໂຕ ວາ ທິໂຕມະຫີຕິ ປະຊານາຕິ (ຢືນຢູ່ ກໍກຳໜົດຮູ້ວ່າເຮົາກຳລັງຢືນຢູ່)
2) ວິທີປະຕິບັດ
- ຢືນຕົວຕັ້ງກົງ ຄໍຕັ້ງກົງ ມືໄຂວ່ກັນໄວ້ຂ້າງໜ້າຫລືຫລັງກໍໄດ້
- ມືນຕາພຽງເຄິ່ງດຽວ ຈ້ອງສາຍຕາໄປທາງໜ້າປະມານ 2-3 ແມັດ
- ສະຕິຣະນຶກຮູ້ອາການຢືນຄືຮ່າງກາຍທີ່ຕັ້ງກົງ ພາວະນາວ່າ “ຢືນໜໍ” 3 ຄັ້ງ
- ຂະນະທີ່ບໍຣິກັມໃນໃຈວ່າ “ຢືນໜໍ” ຕ້ອງຮູ້ຕົວວ່າຕົນເອງຢືນຢູ່ແທ້ໆ
- ຈິດຢືດຕິດກັບຄວາມຮູ້ສຶກເຖິງອາການຕັ້ງກົງຂອງຮ່າງກາຍ ຄວາມຄູ່ກັບ
ຄຳບໍຣິກັມ
# ຕ້ອງໃຫ້ມີອົງ 3 ຄື ອາຕາປີ ມີຄວາມພຽນເຜົາກິເລດ (ຕັ້ງໃຈເຮັດ),
ສະຕິມາ (ມີສະຕິ), ສັມປະຊາໂນ (ມີຄວາມຮູ້ສຶກວ່າຢືນ) ຂະນະທີ່ຢືນ
3) ສິ່ງທີ່ຄວນລະວັງຂະນະກຳໜົດອາການຢືນ
- ບໍ່ຄວນລັບຕາ ຫລືສອດສາຍຕາເພື່ອຫາອາຣົມອື່ນໆ
- ບໍ່ຄວນກົ້ມຈົນເກີນໄປ (ເຈັບຫລັງ) ຫລືແຫງນໜ້າເບິ່ງສິ່ງອື່ນ (ບໍ່ສັງລວມ)
- ບໍ່ກຳໜົດອາການພອງ-ຍຸບຂອງທ້ອງ (ເພາະກຳນົດອາການຢືນແລ້ວ)
- ບໍ່ເພ່ງໃສ່ສັນຖານບັນຍັດສ່ວນໃດສ່ວນໜຶ່ງຂອງຮ່າງກາຍ ໂດຍສະເພາະປາຍຕິດ ຫົວເຂົ່າ ໜ້າທ້ອງທີ່ ສະບື ໜ້າ
ເອິກ ຫົວ ໜ້າຜາກ...ທີ່ຖືກຕ້ອງກໍຄືຄວນກຳໜົດຮູ້ພຽງແຕ່ອາການຫລືຄວາມຮູ້ສຶກຕົວຂະນະທີ່ຢືນເທົ່ານັ້ນ.
(ເພີ່ມເຕີມ: ພຣະອາຈາຣຍ ມະຫາໂຊດົກ ທ່ານວ່າຈະກຳໜົດເອົາທັງໝົດຮ່າງກາຍກໍໄດ້)

No comments:
Post a Comment