ໜ້າຫຼັກ »
ງານຂຽນຕ່າງໆ
» ມໍລະດົກຂອງພໍ່: ຄຳນຳ
ມໍລະດົກຂອງພໍ່: ຄຳນຳ
ລູກເອີຍ! ເວລານີ້ພໍ່ຄິດວ່າລູກກໍໃຫຍ່ພໍສົມຄວນແລ້ວ ສາມາດອ່ານອອກ ຂຽນເປັນ ແລະມີຄວາມຄິດເປັນຂອງຕົວເອງ. ພໍ່ມີຄວາມສຸກທີ່ສຸດທີ່ໄດ້ເຫັນລູກຂອງພໍ່ນັບມື້ນັບໃຫຍ່ກ້າໜ້າບານແລະພັດທະນາໄປຕາມໄວ ນັບແຕ່ຕອນລູກຮູ້ຈັກຍີ້ມແລະແນມເບິ່ງໜ້າພໍ່ເວລາຢອກ. ນັບແຕ່ມື້ນັ້ນຈົນຮອດມື້ນີ້ ພໍ່ມີຄວາມປະທັບໃຈທຸກຄັ້ງເມື່ອນຶກເຫັນພາບເຫດການຕ່າງໆໃນອະດີດ ທີ່ພໍ່ລູກເຮົາໄດ້ອົດທົນຜ່ານຜ່າຄວາມຫຍຸ້ງຍາກແລະອຸປະສັກມາມາດ້ວຍກັນ. ຄັ້ງໜຶ່ງ, ພໍ່ພາລູກຂີ່ລົດຈັກມາໂຮງໝໍ ເຊິ່ງມີໄລຍະທາງເກືອບ 70 ກິໂລແມັດ ແລະຈຳຕ້ອງແວ່ພັກລົບຝົນຢູ່ຕາມຮົ່ມໄມ້ແຄມທາງຫລາຍເທື່ອ ກວ່າຈະພາລູກມາໃຫ້ທ່ານໝໍກວດລູກທີ່ເປັນໄຂ້ມາ ໄດ້ 2-3 ວັນແລ້ວ. ແນ່ນອນ! ບາງເທື່ອລູກອາດຈະຄິດຈົ່ມໃນໃຈວ່າພໍ່ພາທຸກພາຍາກ. ແຕ່ສຳລັບພໍ່ແລ້ວເຫດການທີ່ຜ່ານມານັ້ນເປັນພຽງບາງສາກນ້ອຍໜຶ່ງຂອງລະຄອນຊີວິດທີ່ເຮົາຈະຕ້ອງໄດ້ສະແດງ ແລະກໍຍັງມີອີກຫລາຍໃນອະນາຄົດທີ່ເຮົາຈະຕ້ອງໄດ້ປະເຊີນ ບໍ່ວ່າສິ່ງເຫລົ່ານັ້ນຈະຖືກໃຈເຮົາຫລືບໍ່ກໍຕາມ.
ບໍ່ມີພໍ່ແມ່ຄົນໃດດອກທີ່ຈະບໍ່ຮັກລູກ ແມ່ນແຕ່ສັດເດຍລະສານ ມັນກໍຍັງຮູ້ຈັກຮັກລູກຂອງມັນເອງ. ສະນັ້ນ ພໍ່ກໍຕ້ອງລ້ຽງລູກຕາມຄວາມຮູ້ຄວາມສາມາດຂອງພໍ່. ຕະຫລອດຊີວິດຂອງຄົນຜູ້ໜຶ່ງ ກະມີທັງດີທັງຮ້າຍ ມີທັງສົມຫວັງແລະຜິດຫວັງເປັນທຳມະດາ ພໍ່ເອງກໍເຊັ່ນດຽວກັນ. ສະນັ້ນ ລູກກໍຕ້ອງຮຽນເອົາອັນດີ ແລະລະຫລີກເວັ້ນອັນຊົ່ວ. ພໍ່ວ່າລູກບໍ່ຈຳເປັນຕ້ອງໄປສ່ຽງຊີວິດກັບການທົດລອງບັນຫາໃດໜຶ່ງ ເພື່ອພິສູດວ່າບັນຫານັ້ນຈະນຳໄປສູ່ຄວາມຫາຍານະ ຫລືຄວາມຫລົ້ມຈົມແທ້ຫລືບໍ?. ພໍ່ເຫັນຫລາຍຄົນແລ້ວທີ່ໃຊ້ຊີວິດຢ່າງປະມາດ ຫລົງໄຫລ ແລະເພີດເພີນນຳສັງຄົມ ສຸດທ້າຍກໍຕ້ອງຈົບຊີວິດລົງຢ່າງໜ້າເວດທະນາ ພ້ອມທັງຄຳກິ່ນແໜງວ່າ ຖ້າເຮົາບໍ່ປະມາດເກີນໄປ ຊີວິດເຮົາກໍຈະບໍ່ເປັນແນວນີ້. ຊີວິດນີ້ມີລາຄາແພງເກີນກວ່າທີ່ເຮົາຈະເອົາໄປທົດລອງຫລີ້ນ. ແນວດີໆ ຮຽນຈົນຕາຍກໍບໍ່ໝົດ ພຽງແຕ່ເຮົາຮູ້ຖອດຖອນບົດຮຽນເອົານຳຊີວິດຂອງຄົນອື່ນໆທີ່ປະສົບຜົນສຳເລັດຫລືຜິດພາດມາກໍຫລາຍພຽງພໍແລ້ວ.
ພໍ່ຮູ້ດີວ່າລູກຊິເຕີບໂຕເປັນຜູ້ໃຫຍ່ ແລະມີການເຄື່ອນໄຫວຢູ່ໃນສັງຄົມຕ່າງໆທັງພາຍໃນແລະຕ່າງປະເທດ ແລະຈຳເປັນຕ້ອງນຳໃຊ້ຕົ້ນທຶນທຸກຢ່າງທີ່ລູກມີເພື່ອກ້າວເດີນໄປຂ້າງໜ້າຢ່າງໝັ້ນໃຈ ເພາະທຸກຢ່າງລ້ວນແຕ່ມີລາຄາຂອງມັນ. ດັ່ງນັ້ນ ລູກຕ້ອງເລີ່ມສະສົມບົດຮຽນແລະປະສົບການຕ່າງໆຕັ້ງແຕ່ຕອນນີ້. ພໍ່ບໍ່ຮູ້ວ່າລູກຢາກຮູ້ຫລືບໍວ່າ ພໍ່ຊິມີຫຍັງເປັນມໍລະດົກຕົກທອດປະໄວ້ໃຫ້ລູກ ພາຍຫລັງຈາກພໍ່ຈາກລູກໄປ. ເບິ່ງແຕ່ຊັບສິນທີ່ມີຢູ່ໃນປະຈຸບັນນີ້ ລູກກະຊິຮູ້ແລ້ວວ່າຈະມີຫຍັງເຫລືອໄວ້ໃຫ້ພວກລູກແດ່ ເພາະວ່າຕາຍແລ້ວກໍເອົາຫຍັງໄປນຳບໍ່ໄດ້. ເຖິງວ່າພໍ່ບໍ່ມີຊັບສົມບັດປະໄວ້ໃຫ້ລູກ ລູກກໍອາດຈະຫາໄດ້ ຫລືບາງທີອາດຈະຫາໄດ້ຫລາຍກວ່າພໍ່ຊ້ຳອີກ. ແຕ່ພໍ່ວ່າຄຳສັ່ງສອນຂອງພໍ່ຕໍ່ໄປນີ້ຈະມີຄຸນຄ່າຫລາຍກວ່າມໍລະດົກຂອງພໍ່ທີ່ປະໄວ້ໃຫ້ລູກກໍເປັນໄດ້. ພໍ່ຂໍໃຫ້ລູກອ່ານແລະພິຈາລະນາໃຫ້ດີໆ ເພື່ອເປັນແນວທາງໃນການດຳເນີນຊີວິດຂອງລູກໃນອະນາຄົດ ເຊິ່ງພໍ່ຄິດວ່າໜັງສືເຫລັ້ມນີ້ຈະເປັນມໍລະດົກອັນລຳ້ຄ່າອັນໜຶ່ງທີ່ພໍ່ໄດ້ປະໄວ້ໃຫ້ລູກຢ່າງຕັ້ງໃຈ.
ຂໍໃຫ້ລູກຈົ່ງໂຊກດີ!
ພ. ໄຊຍະສຸກ
No comments:
Post a Comment