ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ລັກສະນະແຫ່ງທີ່ສຸດທຸກ

ສະໄໝໜຶ່ງ ພຣະພຸດທະເຈົ້າປະທັບຢູ່ວັດພຣະເຊຕະວັນ (ເຊຕະວະນາຣາມ) ຂອງອະນາຖະບິນທິກະເສດຖີ ໃກ້ກັບເມືອງສາວັດຖີ ສະໄໝນັ້ນພຣະອົງຊົງຊີ້ແຈງແກ່ພິກຂຸທັງຫລາຍ ຊົງຊັກຊວນໃຫ້ອາດຫານ ລ່າເລີງດ້ວຍທັມມິກະຖາ ອັນປະຕິສັງຍຸຕ (ກ່ຽວຂ້ອງ) ນິບພານ. ແລະພິກຂຸເຫລົ່ານັ້ນກໍສົນໃຈ ຕັ້ງໃຈ ງ່ຽງຫູຟັງທັມ. ຖັດຈາກນັ້ນ ພຣະຜູ້ມີພຣະພາກເຈົ້າຊົງຊາບເນື້ອຄວາມນັ້ນ ຈິ່ງຊົງເປັ່ງອຸທານນີ້ໃນເວລານັ້ນວ່າ:

     “ພິກຂຸທັງຫລາຍ! ອາຍະຕະນະນັ້ມີຢູ່ ໃນອາຍະຕະນະນັ້ນບໍ່ມີດິນ, ນ້ຳ, ໄຟ, ລົມ ບໍ່ມີອາກາສານັນຈາຍະຕະນະ, ວິນຍາຍັນຈາຍະຕະນະ, ອາກິນຈັນຍາຍະຕະນະ, ເນວະສັນຍານາສັນຍາຍະຕະນະ, ບໍ່ມີໂລກນີ້, ບໍ່ມີໂລກອື່ນ ບໍ່ມີພຣະຈັນ ພຣະອາທິດທັງສອງ, ເຮົາຍ່ອມກ່າວເຖິງອາຍະຕະນະນັ້ນວ່າ ບໍ່ແມ່ນການມາ ບໍ່ແມ່ນການໄປ ບໍ່ແມ່ນການຕັ້ງຢູ່ ບໍ່ແມ່ນການຈຸຕິ (ການເຄື່ອນຈາກທີ່ເດີມ) ບໍ່ແມ່ນການເກີດຂື້ນ ບໍ່ມີທີ່ຕັ້ງ ບໍ່ມີຄວາມເປັນໄປ ບໍ່ມີອາຣົມ ນັ້ນແຫລະເປັນທີ່ສຸດແຫ່ງທຸກ.”


                                                          Image Cr. Matichonweekly.com

ອະທິບາຍ
   ອາກາສານັນຈາຍະຕະນະ            ໝາຍເຖິງແຫລ່ງທີ່ມີອາກາດບໍ່ມີທີ່ສຸດ
   ວິນຍາຍັນຈາຍະຕະນະ                ໝາຍເຖິງແຫລ່ງທີ່ມີວິນຍານບໍ່ມີທີ່ສຸດ
   ອາກິນຈັນຍາຍະຕະນະ                ໝາຍເຖິງແຫລ່ງທີ່ບໍ່ມີຫຍັງເລີຍ
   ເນວະສັນຍານາສັນຍາຍະຕະນະ   ໝາຍເຖິງແຫລ່ງທີ່ມີສັນຍາ (ຄວາມຈຳໄດ້) ກໍບໍ່ແມ່ນ ບໍ່ມີສັນຍາກໍບໍ່ແມ່ນ ເປັນຊື່ຂອງອະຣູປະຊານທັງ 4 ແລະເປັນຊື່ຂອງທີ່ເກີດຂອງຜູ້ບັນລຸອະຣູປະຊານທັງສີ່ນັ້ນ
 
Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11575