ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ບໍ່ທ່ຽງ ເປັນທຸກ ບໍ່ແມ່ນໂຕຕົນ

“ພິກຂຸທັງຫລາຍ! ຕາເປັນຂອງບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກ (ຄືທົນຢູ່ບໍ່ໄດ້). ສິ່ງໃດເປັນທຸກ ສິ່ງນັ້ນບໍ່ແມ່ນໂຕຕົນ. ສິ່ງໃດບໍ່ແມ່ນໂຕຕົນ ສິ່ງນັ້ນບໍ່ແມ່ນຂອງເຮົາ ເຮົາບໍ່ໄດ້ເປັນສິ່ງນັ້ນ ນັ້ນບໍ່ແມ່ນໂຕຕົນຂອງເຮົາ. ຂໍ້ນີ້ທ່ານທັງຫລາຍຈົ່ງເຫັນດ້ວຍປັນຍາອັນຊອບຢ່າງນີ້.”

“ດູກ່ອນພິກຂຸທັງຫລາຍ! ຕາ, ຫູ, ດັງ, ລີ້ນ, ກາຍ, ໃຈ ກໍເປັນຂອງບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກ (ຄືທົນຢູ່ບໍ່ໄດ້). ສິ່ງໃດເປັນທຸກ ສິ່ງນັ້ນບໍ່ໂຕຕົນ. ສິ່ງໃດບໍ່ແມ່ນໂຕຕົນ ສິ່ງນັ້ນບໍ່ແມ່ນຂອງເຮົາ ເຮົາບໍ່ໄດ້ເປັນນັ້ນ ນັ້ນບໍ່ແມ່ນໂຕຕົນຂອງເຮົາ. ຂໍ້ນີ້ທ່ານທັງຫລາຍຈົ່ງເຫັນດ້ວຍປັນຍາອັນຊອບຢ່າງນີ້.”

“ດູກ່ອນພິກຂຸທັງຫລາຍ! ອະຣິຍະສາວົກ ຜູ້ໄດ້ສະດັບ ເມື່ອເຫັນຢ່າງນີ້ ຍ່ອມເບື່ອໜ່າຍໃນຕາ, ຫູ, ດັງ, ລີ້ນ, ກາຍ, ໃຈ. ເມື່ອເບື່ອໜ່າຍກໍຄາຍຄວາມກຳໜັດ (ຄວາມຕິດໃຈ). ເພາະຄາຍຄວາມກຳໜັດ ກໍຫລຸດພົ້ນ. ເມື່ອຫລຸດພົ້ນ ກໍມີຍານຮູ້ວ່າ ຫລຸດພົ້ນແລ້ວ. ເຂົາທັງຍ່ອມຮູ້ວ່າ ຊາດ (ຄວາມເກີດ) ຈົບແລ້ວ, ພຣົມມະຈັນ (ການປະພຶດເໝືອນພຣົມ ຄືບໍ່ຄອງເຮືອນ) ໄດ້ຢູ່ຈົບແລ້ວ, ກິດທີ່ຄວນທຳໄດ້ທຳສຳເລັດແລ້ວ, ກິດອື່ນເພື່ອຄວາມເປັນຢ່າງນີ້ (ເພື່ອເກີດມາອີກ) ບໍ່ມີ.”

                                                                                 ສັງຍຸຕຕະນິກາຍ ສະລາຍະຕະນະວັກ 18/1
ພຣະສົງຈາກວັດຕ່າງໆກຳລັງເຮັດພິທີສູດອະພິທັມພຣະສາຣິລະຂອງພຣະອາຈານ ມະຫາງອນ ດຳລົງບຸນ
ອະດີດປະທານສົງທີ່ວັດພຣະທາດຫລວງວຽງຈັນ
Image Cr. News BBM

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11617