ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ຄິດຮອດອະດີດ

                                                                         ໂດຍ: ພ. ໄຊຍະສຸກ

     ເຫັນຮູບເກົ່າຖ່າຍໄວ້                ຕອນເມື່ອຍັງຮຽນ
     ເຟັສບຸກວຽນມາເຕືອນ             ພາບຄວາມຊົງຈຳຂ້ອຍ
     ທີ່ນັ່ງງອຍແຄມຫ້ວຍ               ສະກຸຣະຍວຍລົງໃສ່
     ດອກໄມ້ບານປົກຫຸ້ມ                ເຫັນແລ້ວຊື່ນຊະອອນ

     ຍາມນັ້ນເຮົານັ່ງຫຼີ້ນ                ນຳໝູ່ຫຼາຍຄົນ
     ຕັ້ງວົງຫາຊຸມແຊວ                  ດື່ມເບຍທັງເຫຼົ້າ
     ຄຸ້ຍເອົາເລື່ອງມາເຢີ້ຍ               ຫົວກັນເກີນວ່າມ່ວນ
     ຊວນກັນຍົກເລື້ອຍໆ                ໃຜແລ້ວບິບໂຊ

     ດົນໆ ເຫັນສາວນ້ອຍ               ກະໂປ່ງສັ້ນເດີນກາຍ
     ທັງຫຼາຍພາກັນຫຼຽວ               ລັກແນມນຳກົ້ນ
     ໃຈຢາກຊວນມາຫຼີ້ນ                ເປັນເທພີປະດັບຕື່ມ
     ມີດື່ມ ມີດອກໄມ້                     ຄຽງຂ້າງຈັກຄົນ ຊັ້ນເດ

     ຍີ່ປຸ່ນ ຍາມນີ້ມວນດອກໄມ້         ຊີໄຂກາບບານເບີຍ
     ສະກຸຣະງາມຕາມເຄີຍ             ດັ່ງດຽວກັບປີນັ້ນ
     ຢາກຈະມີວັນໂງໂຄ້ງ                ຄືນໄປຫາທີ່ເກົ່າ
     ບ່ອນທີ່ເຮົານັ່ງຫຼີ້ນ                  ຕອນນັ້ນຜ່ານມາ ອີກເດ 

     

       
         ດອກສັກກຸຣະກຳລັງເບັ່ງບານໃນຣະດູດອກໄມ້ປົ່ງໃນຍີ່ປຸ່ນ 2015
                                                        Cr: Mint Ko

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ

11571