ອະກຸສົນມູນແມ່ນຫຍັງ? ມີຄວາມສຳຄັນແນວໃດ? ອະກຸສົນມູນ ຫລືກິເລດ 3 ຕົວຄືຮາກເຫງົ້າຂອງຄວາມຊົ່ວທັງຫລາຍທີ່ນອນຢູ່ໃນໃຈຂອງສັບພະສັດ. ຖ້າມີກິເລດ 3 ຕົວນີ້ແລ້ວ ເຖິງບໍ່ໄດ້ເວົ້າກໍຕາມ ບໍ່ໄດ້ກະທຳກໍຕາມ ຄວາມຊົ່ວກໍຍັງເກີດຂື້ນໄດ້ ແລະເປັນຫົນທາງໃຫ້ສັດທັງຫລາຍໄປຕົກ ອະບາຍຍະພູມ (ນະຣົກ, ເປດ, ອະສຸຣະກາຍ ສັດເດຍລະສານ). ຖ້າບຸກຄົນໃດລະກິເລດ 3 ຕົວນີ້ ຍ່ອມປິດປະຕູອະບາຍຍະພູມ ຄວາມສຸກຍ່ອມເກີດຂື້ນແລະບັນລຸມັກ ຜົນ ນິພານໃນທີ່ສຸດ.
1. ໂລພະ ຄວາມຢາກໄດ້
2. ໂທສະ ຄວາມຄິດທຳຮ້າຍຜູ້ອື່ນ
3. ໂມຫະ ຄວາມຫລົງ
ໂລພະ ຄືຄວາມຢາກໄດ້ຈົນໄຮ້ສະຕິ ບໍ່ສົນວ່າຈະຖືກຫລືຜິດ ຈະກະທຳທຸກຢ່າງຂໍພຽງຫ້ໄດ້ສິ່ງນັ້ນມາ ຈົນເປັນເຫດໃຫ້ກະທຳຊົ່ວແລະມີຄວາມເຫັນແກ່ຕົວ (ແຕ່ຄວາມຢາກໄດ້ທີ່ບໍ່ຜິດສີລະທຳນັ້ນຖືວ່າບໍ່ເປັນຫຍັງ).
ໂທສະ ຄືຄວາມຄິດຄຽດແຄ້ນ ຄິດຢາກແກ້ແຄ້ນ ຫລືທຳຮ້າຍຜູ້ອື່ນທີ່ເຮັດໃຫ້ຕົນເອງ ຫລື ຂັດຂວາງຜົນປະໂຫຍດຕົນເອງ ຈິ່ງໄປສູ່ການກະທຳຊົ່ວສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນ.
ໂມຫະ ຄືຄວາມຫລົງ ຄວາມບໍ່ຮູ້ຄວາມຈິງ ເຫັນຜິດຈາກທຳນອງຄອງທຳ ເຫັນຜິດເປັນຖືກ ເຫັນຖືກເປັນຜິດ (ເຫັນກົງຈັກເປັນດອກບົວ) ຂາດສະຕິ.
ຖ້າຢາກກຳຈັດ ອະກຸສົນ ຫລື ກິເລດ 3 ຕົວນີ້ຕ້ອງມີ ທານ ສິນ ພາວະນາ ເພາະວ່າທານຈະກຳຈັດໂລພະ, ສິນຈະກຳຈັດໂທສະ ແລະພາວະນາຈະກຳຈັດໂມຫະ.
ສ່ວນ ກຸສົນມູນ ນັ້ນຄືຮາກເຫງົ້າຂອງຄວາມດີ. ຖ້າບຸກຄົນໃດຫາກກຳຈັດໂລພະ ໂທສະ ໂມຫະ ດ້ວຍບຸກກິຣິຍາວັດຖຸ 3 ຄື ທານ ສິນ ພາວະນາແລ້ວ ຍ່ອມເປັນບຸກຄົນຜູ້ປະກອບດ້ວຍກຸສົນມູນ 3 ຢ່າງ:
1. ອະໂລພະ ບໍ່ຢາກໄດ້
2. ອະໂທສະ ບໍ່ຄິດປອງຮ້າຍ, ທຳຮ້າຍຜູ້ອື່ນ
3. ອະໂມຫະ ບໍ່ຫລົງ
#ບຸນກິຣິຍາວັດຖຸ 3
-----------------------
No comments:
Post a Comment