1. ທ່ານຜູ້ສອນໃຫ້ຊຸມຊົນປະພຶດຊອບດ້ວຍ ກາຍ, ວາຈາ, ໃຈ ຕາມພຣະທຳວິໄນ (ທັມວິນັຍ) ທີ່ທ່ານຮຽກວ່າພຣະພຸດ
ທະສາສະນາ ຊື່ ພຣະພຸດທະເຈົ້າ.
2. ພຣະທຳວິໄນທີ່ເປັນຄຳສັ່ງສອນຂອງທ່ານ ຊື່ ພຣະທັມ.
3. ຄົນທີ່ຟັງຄຳສອນຂອງພຣະພຸດທະເຈົ້າແລ້ວ ປະຕິບັດຊອບຕາມພຣະທຳວິໄນ ຊື່ ພຣະສົງ.
ຮູບ: ປະຖົມມະເທສະນາແກ່ປັນຈະວັກຄີທັງ 5
Cr. Youtube.com
ຄຸນຂອງພຣະຣັດຕະນະໄຕຣ 3 ຢ່າງ
1. ພຣະພຸດທະເຈົ້າຮູ້ດີຮູ້ຊອບດ້ວຍພຣະອົງເອງກ່ອນແລ້ວ ສອນໃຫ້ຜູ້ອື່ນໃຫ້ຮູ້ຕາມດ້ວຍ.
2. ພຣະທຳຍ່ອມຮັກສາຜູ້ປະຕິບັດບໍ່ໃຫ້ຕົກໄປໃນທີ່ຊົ່ວ.
3. ພຣະສົງປະຕິບັດຊອບຕາມຄຳສອນຂອງພຣະພຸດທະເຈົ້າແລ້ວ ສອນຜູ້ອື່ນໃຫ້ກະທຳຕາມດ້ວຍ.
-----------------------------------------
No comments:
Post a Comment