ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

ໂອວາທະປະຕິໂມກ

Cr. postjung.com

ໂອວາທະປະຕິໂມກ ເປັນການສະແດງທັມຂອງພຣະພຸດທະເຈົ້າແກ່ສາວົກຈຳນວນ 1,250 ອົງ ໃນວັນເພັງເດືອນ 3 
ເຊິ່ງເປັນວັນມາຄະບູຊາ

ໂອວາດຂອງພຣະພຸດທະເຈົ້າ 3 ຢ່າງ

     1.  ເວັ້ນຈາກທຸຈະຣິດ 3 ຄືຄວາມປະພຶດຊົ່ວທາງກາຍ, ວາຈາ ແລະ ໃຈ (ເວັ້ນຈາກການກະທຳຊົ່ວ).

     2.  ປະກອບສຸຈະຣິດ 3 ຄືຄວາມປະພຶດສຸຈະຣິດທາງກາຍ, ວາຈາ ແລະໃຈ (ກະທຳຄວາມດີ).

     3.  ທຳໃຈຂອງຕົນໃຫ້ບໍຣິສຸດຈາກເຄື່ອງເສົ້າໝອງໃຈ ມີອະກຸສົນມູນ 3 ຢ່າງ (ຊຳລະຈິດໃຈໃຫ້ບໍຣິສຸດ).

     ນີ້ຄືໂອວາດຂອງພຣະພຸດທະເຈົ້າທັງຫລາຍແຕ່ອະດີດຈົນຮອດອະນາຄົດ ເຊິ່ງຫົວໃຈຂອງພຣະພຸດທະສາສນາ.

ທຸຈະຣິດ (ຄວາມຊົ່ວ) 3 ຢ່າງ

     1.  ກາຍທຸຈະຣິດ: ຂ້າສັດ, ລັກຊັບ, ປະພຶດຜິດໃນກາມ (ນອກໃຈຄູ່ຄອງ)

     2.  ວາຈີທຸຈະຣິດ: ເວົ້າຕົວະ, ເວົ້າສຽດສີ, ເວົ້າຄຳຫຍາບ, ເວົ້າໂລເລ (ບໍ່ມີສາຣະປະໂຫຍດ)

     3.  ມະໂນທຸຈະຣິດ: ໂລບຢາກໄດ້ຂອງເຂົາ,​ ພະຍາບາດປອງຮ້າຍເຂົາ, ເຫັນຜິດຈາກຄອງທັມ.

ສຸຈະຣິດ (ຄວາມດີ) 3 ຢ່າງ

     1.  ກາຍສຸຈະຣິດ: ເວັ້ນຈາກຂ້າສັດ, ເວັ້ນຈາກລັກຊັບ, ເວັ້ນຈາກປະພຶດຜິດໃນກາມ (ນອກໃຈຄູ່ຄອງ)

     2.  ວາຈີສຸຈະຣິດ: ເວັ້ນຈາກເວົ້າຕົວະ, ເວັ້ນຈາກເວົ້າສຽດສີ, ເວັ້ນຈາກເວົ້າຄຳຫຍາບ, ເວັ້ນຈາກເວົ້າໂລເລ

     3.  ມະໂນສຸຈະຣິດ: ບໍ່ໂລບຢາກໄດ້ຂອງເຂົາ,​ ບໍ່ພະຍາບາດປອງຮ້າຍເຂົາ, ເຫັນຊອບຕາມຄອງທັມ.

ອະກຸສົນມູນ 3 ຢ່າງ

     1.  ໂລພະ ຄິດຢ່າງໄດ້ຂອງເຂົາ

     2.  ໂທສະ    ຄິດພະຍາບາດປອງຮ້າຍເຂົາ

     3.  ໂມຫະ    ຫລົງ (ອະວິດຊາຄືຄວາມບໍ່ຮູ້ທາງໄປນິບພານ)

     ອະກຸສົນມູນ 3 ຢ່າງນີ້ເປັນຮາກເຫງົ້າຂອງຄວາມຊົ່ວທັງຫລາຍ, ເພາະວ່າ

     ເມື່ອອະກຸສົນມູນເຫລົ່ານີ້ ( ຂໍ້ 1,​ 2, 3 ) ເກີດຂື້ນແລ້ວ ອະກຸນສົນອື່ນ (ຄວາມຊົ່ວ) ທີ່ຍັງບໍ່ທັນເກີດຂື້ນ ກໍເກີດຂື້ນ
     ທີ່ເກີດຂື້ນແລ້ວກໍຍ່ອມຈະເຣີນງອກງາມຂື້ນ.

      ສະນັ້ນຄວນລະເວັ້ນສາ ແລະ ຫັນມາພຽນພະຍາຍາມສ້າງກຸສົນ (ຮາກເຫງົ້າຂອງຄວາມດີ) ໃຫ້ເກີດຂື້ນແທນ.

                                                         ------------------------

Share:

No comments:

Post a Comment

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ