ການທຳບຸນ ຫລືການເຮັດບຸນຂອງຊາວພຸດໃນພຸດທະສາສະໜານັ້ນມີ 3 ຢ່າງ ເຊິ່ງເອີ້ນວ່າ ບຸນກິຣິຍາວັດຖຸ 3 ຢ່າງຄື: ບຸນສຳເລັດດ້ວຍການທານ (ທານະໄມ), ບຸນສຳເລັດດ້ວຍການຮັກສາສິນ (ສີລະໄມ) ແລະ ບຸນສຳເລັດດ້ວຍການພາວະນາ (ພາວະນາໄມ).
1. ທານະໄມ ຫລື ທານະມັຍ
ເປັນການເຮັດບຸນຂັ້ນເລີ່ມຕົ້ນຂອງຊາວພຸດໂດຍທົ່ວໄປ. ການທານກໍຄືການສະລະສິ່ງຂອງຂອງຕົນເພື່ອເກື້ອກູນຜູ້ອື່ນໃຫ້ໄດ້ຮັບຄວາມສຸກ ຫລືບັນເທົາຄວາມທຸກລົງ. ການທານສ່ວນຫລາຍພວກເຮົານິຍົມທານໃຫ້ພຣະສົງ ເພາະເຊື່ອວ່າພຣະສົງເປັນເນື້ອນາບຸນທີ່ດີທີ່ສຸດ. ຍິ່ງພຣະສົງເປັນຜູ້ມີສິນບໍຣິບູນ ຫລືເປັນພຣະອະຣິຍະບຸກຄົນ (ນັບແຕ່ຂັ້ນໂສດາບັນຂື້ນໄປ) ການທານຂອງເຮົາຍິ່ງມີພາລະອະນິສົງຫລາຍເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຮັບທານບໍ່ມີສິນບໍຣິບູນ ແຕ່ເຮົາມີສິນ (ສິນ 5 ຢ່າງຕໍ່າ) ເຮົາກໍຈະໄດ້ອະນິສົງຫລາຍຄືກັນ ເຖິງວ່າຜູ້ຮັບທານຂອງເຮົາຈະບໍ່ມີສິນບໍຣິສຸດກໍຕາມ ເພາະເຮົາເປັນປັດໄຈສຳຄັນ. ນອກນີ້, ການທານ ຫລືການບໍລິຈາກ ຖ້າແມ່ນໃຫ້ສັງຄົມຍັງເປັນການຈຳກັດຄວາມຂີ້ຖີ່ ຫລືຄວາມເຫັນແກ່ຕົວລົງ ເປັນການສ້າງບຸນກຸສົນຂັ້ນເບື້ອງຕົ້ນຂອງມະນຸດ (ເຮົາອາດຈະໃຊ້ເງິນຫລືສິ່ງຂອງເພື່ອສ້າງບຸນກຸສົນ).
2. ສີລະໄມ ຫລື ສີລະມັຍ
ການຮັກສາສິນ ຫລືຖືສິນເປັນການສ້າງບຸນກຸສົນທີ່ມີອະນິສົງຫລາຍກວ່າການທານຫລືການບໍຣິຈາກ. ການຮັກສາສິນ 5, ສິນ 8, ສິນ 10, ສິນ 227 ເປັນຕົ້ນ ຍ່ອມມີອະນິສົງຕາມລຳດັບ. ຍິ່ງເຮົາຮັກສາສິນໄດ້ຂັ້ນສູງແລະບໍຣິບູນຫລາຍປານໃດ ກໍຍິ່ງໄດ້ບຸນກຸສົນເທົ່ານັ້ນ ເພາະການຮັກສາສິນຄືການປ້ອງກັນຄວາມຊົ່ວທີ່ຈະເກີດຈາກກາຍ ແລະວາຈາ. ເຖິງວ່າການຮັກສາສິນຈະມີອະນິສົງຫລາຍປານໃດກໍຕາມ ແຕ່ຄົນສ່ວນຫລາຍມັກຈະເບິ່ງຂ້າມ ມັກຈະເນັ້ນເລື່ອງການໃຫ້ທານຫລາຍກວ່າ. ຜູ້ມີສິນຍ່ອມຈະເຣີນຮຸ່ງເຮືອງດັ່ງພຸດທະດຳລັດວ່າ ມີຄວາມສຸກເພາະສິນ, ມີເງິນຄຳຮັ່ງມີເພາະສິນ... ແລະເປັນປັດໄຈສະໜັບສະໜູນໃຫ້ແກ່ການພາວະນາ (ບໍ່ຈຳເປັນຕ້ອງມີເງິນຫລືສິ່ງຂອງກໍສ້າງບຸນກຸສົນໄດ້).
3. ພາວະນາໄມ ຫລື ພາວະນາມັຍ
ການພາວະນາຄືການປະຕິບັດທັມເປັນການກະທຳບຸນຂັ້ນສູງສຸດ ເພາະເປັນການບັນລຸມັກ ຜົນ ນິບພາບຕາມກຳລັງຂອງການພາວະນາ. ການພາວະນາອາດຈະເລີ່ມດ້ວຍການປະຕິບັດສະມາຖະກຳມັດຖານ ຫລື ວິປັດສະນາກຳມະຖານ (ກະລຸນາເບິ່ງການປະຕິບັດທັມ). ການປະຕິບັດທັມຄືການອົບຮົມຈິດຂອງຄົນເຮົາໃຫ້ເຂັ້ມແຂງ, ຮູ້ຈິງ ເຫັນຈິງຄວາມເປັນຈິງຂອງທຳມະຊາດ ບໍ່ແມ່ນເຫັນຕາມສິ່ງສົມມຸດ ຫລືຄວາມປາດຖະໜາຂອງມະນຸດ.
--------------------------------------
No comments:
Post a Comment