ພຣະລູກແກ້ວ ຄູນ ມະນີວົງສ໌(ອະດີດອົງສົມເດັດ ສັງຄະນາຍົກ ອັກຄະມະຫາບັນດິດ) ເດີມອົງສົມເດັດຊື່ ຄູນ ນາມສະກຸນ ມະນີວົງສ໌ ເກີດວັນເສົາ ເດືອນ 12 ຂື້ນ 15 ຄ່ຳ ປີ ຈໍ ພ.ສ 2441 ກົງກັບວັນທີ 2 ພະຈິກ 1898 ທີ່ບ້ານຫົວດອນແດງ ຕາແສງດອນແດງ ເມືອງເພັຍໄຟ (ເມືອງປະທຸມພອນໃນປະຈຸບັນ) ແຂວງຈຳປາສັກ. ບິດາຊື່ ຈານຄຣູສີຜາ ມານດາຊື່ ນາງ ຂິບຄຳ ມີຍາຕິພີ່ນ້ອງຮ່ວມກັນ 4 ຄົນ ອົງສົມເດັດເປັນບຸດຜູ້ທີ 2 ພໍແຕ່ອາຍຸຂອງອົງສົມເດັດໄດ້ 5 ປີ ມານດາຂອງທ່ານກໍໄດ້ເສຍຊີວິດ ທ່ານຈຳຕ້ອງໄປອາໄສຢູ່ວັດນຳພຣະຄູເຫລັກຄຳ ປະຖຳມະວົງສ໌ ເຊິ່ງເພິ່ນໄດ້ຮັບເອົາມາລ້ຽງໃນຖານະຫລານຊາຍແລະໃຫ້ການສຶກສາອົບຮົມລ້ຽງດູຕະຫລອດມາ.
ວັນທີ 10 ມີນາ ພ.ສ 2450 (ຄ.ສ 1907) ອົງສົມເດັດໄດ້ບັນພະຊາເປັນສາມະເນນ ຢູ່ວັດຫົວດອນແດງ ເມືອງເພັຍໄຟ ໂດຍມີພຣະຄຣູເຫລັກຄຳເປັນພຣະອຸປັດຊາ. ດ້ວຍຄວາມມຸ່ງໝັ້ນຢາກຮຽນ, ອົງສົມເດັດຈິ່ງໄດ້ເດີນທາງໄປສຶກສາ ມູນກະຈາຍະນະ ນຳພຣະຄຣູເຫລັກຄຳ ທັມມະສຸນີປິດົກ (ຫຍູ່) ທີ່ສຳນັກວັດຍຸດຕິທັມມະທອນ (ວັດທົ່ງ) ເມືອງນະຄອນຈຳປາສັກ ແລະໄດ້ສຶກສາຢູ່ທີ່ສຳນັກດັ່ງກ່າວຈົນພຣະຄຣູອາຈານໄດ້ເຖິງແກ່ມໍຣະນະພາບ.
ເດືອນ 3 ຂື້ນ 15 ຄ່ຳ ປີມະແມ ພ.ສ 2461 ກົງກັບວັນທີ 8 (ໜ້າຈະແມ່ນເດືອນກຸມພາ) ຄ.ສ 1919 ອົງສົມເດັດໄດ້ອຸປະສົມບົດເປັນພິກຂຸ ທີ່ພັດທະສີມາວັດຍຸດຕິທັມມະທອນ ໂດຍມີພຣະອາຈານມະຫາພາ ວັດເມືອງກາງເປັນພຣະອຸປັດຊາ ພຣະຄູດວງ ເປັນກັມມະວາຈາຣຍ໌ ແລະ ພຣະຄຣູກັນຍາເປັນອະນຸສາສະນາຈາຣຍ໌ ເຊິ່ງສົມເດັດເຈົ້າຣາຊະບຸດ ແລະເຈົ້ານາງກົມມະລີ ເປັນເຈົ້າສັດທາອຸປະສົມບົດໃຫ້. ພາຍຫລັງອຸປະສົມບົດແລ້ວ ທ່ານກໍໄດ້ຍ້າຍໄປອາໄສຢູ່ວັດເມືອງກາງນຳພຣະອຸປັດຊາ ເພື່ອສຶກສາຈາຣິຍະວັດແລະພຣະທັມມະວິນັຍຈາກທ່ານ.
ກະລຸນາຕິດຕາມຕອນຕໍ່ໄປ!
...
No comments:
Post a Comment