#ທັມມັສສະວະນານິສົງ
ຄືອະນິສົງຂອງການຟັງທັມມີ 5 ຢ່າງ:
1. ຜູ້ຟັງຍ່ອມໄດ້ຟັງສິ່ງທີ່ບໍ່ເຄີຍໄດ້ຟັງ
2. ສິ່ງໃດເຄີຍຟັງແລ້ວແຕ່ບໍ່ເຂົ້າໃຈ ຍ່ອມເຂົ້າໃຈສິ່ງນັ້ນ
3. ບັນເທົາຄວາມສົງເສຍໄດ້ (ຫາຍສົງໄສ)
4. ທຳຄວາມເຫັນໃຫ້ຖືກຕ້ອງ
5. ຈິດຂອງຜູ້ຟັງຍ່ອມຜ່ອງໃສ
ການຕັ້ງໃຈຟັງທັມ ຈິດຂອງຜູ້ຟັງຍ່ອມສະຫງົບ ປາສະຈາກການກະທຳທຸຈະຣິດ 3 (ກາຍທຸຈະຣິດ, ວາຈີທຸຈະຣິດ ແລະມະໂນທຸຈະຣິດ) ເປັນການຮັກສາສິນ, ຈະເຣີນສະມາທິ ແລະເພີ່ມພູນປັນຍາໄປໃນໂຕ. ດັ່ງນັ້ນ, ບໍ່ວ່າທ່ານຈະຟັງທັມດ້ວຍຈຸດປະສົງໃດກໍຕາມຍ່ອມເປັນຜົນດີແກ່ຊີວິດຂອງຜູ້ຟັງໂດຍປະຣິຍາຍ.
ຮູບ: ສາມະເນນ ອາຕີ ແສງດາຣາ ກຳລັງເທສະໜາທັມ Cr. Hongsa Boriboun
#ຈຸດປະສົງຂອງການຟັງທັມ
1. ຟັງເພື່ອເອົາບຸນ ຄືຕັ້ງໃຈຟັງຈະເຂົ້າໃຈບໍ່ເຂົ້າໃຈກໍຕາມກໍໄດ້ບຸນເພາະການຕັ້ງໃຈຟັງເປັນການຮັກສາສິນໄປໃນຕົວ.
2. ຟັງເພື່ອໃຫ້ໄດ້ຄວາມຮູ້ ຄືຕ້ອງຟັງໃຫ້ລະອຽດເລິກເຊິ່ງ ທຳຄວາມເຂົ້າໃຈແລະມີການຈົດບັນທຶກໄວ້ເພື່ອບໍ່ໃຫ້ລື່ມ
3. ຟັງເພື່ອເປັນອຸປະນິດໄສ-ປັດໄຈ ຄືຟັງພໍສ້າງນິດໄສໃຫ້ເປັນຄົນຟັງທັມ ຈະຕັ້ງໃຈຟັງເລັກໆໜ້ອຍ
4. ຟັງເພື່ອປະຕິບັດ ໂດຍການກຳນົດສຽງກະທົບທີ່ຫູ (ເວລາໄດ້ຍິນສຽງ ກຳນົດວ່າຍິນໜໍ ຍິນໜໍ) ຕາມສະຕິປັດຖານ
5. ຟັງເພື່ອອຸທິດສ່ວນບຸນກຸສົນ ຄືຕ້ອງການອຸທິດສ່ວນກຸສົນໄປໃຫ້ຍາຕິພີ່ນ້ອງທີ່ຕາຍໄປ
6. ຟັງເພື່ອກວດກາເບິ່ງຜົນຂອງການປະຕິບັດ (ໂດຍສະເພາະຟັງເທສະນາກ່ຽວກັບລະດັບວິປັສສະນາຍານ)
------------------------
No comments:
Post a Comment