ບລັອກເຜີຍແຜ່ທຳມະ ແລະ ຜົນງານຈາກປາຍປາກກາ

  • ພຣະທາດຫຼວງວຽງຈັນ ມິ່ງຂວັນຂອງປວງປະຊາຊົນລາວທັງຊາດ

  • ສວນລຸມພິນິວັນ: ສະຖານທີ່ປຣະສູດຂອງເຈົ້າຊາຍສິດທັດຖະ

  • ພຸດທະຍາຄາ: ສະຖານທີ່ຕຣັດສະຮູ້ຂອງພຣະພຸດທະເຈົ້າ

  • ປ່າອິສິປະຕະນະເມຄາຍະວັນ: ສະຖານທີ່ພຣະພຸດທະເຈົ້າເທດສະໜາແກ່ປັນຈະວັກຄີ

  • ສະຖານທີ່ປະຣິນິບພານຂອງພຣະພຸດທະເຈົ້າ

ອະຄະຕິ 4 ຄືຄວາມລຳອຽງ

 ອະຄະຕິ ຫລື ອັກຄະຕິ ຄືຄວາມລຳອຽງ. ຄົນສ່ວນຫລາຍເຂົ້າໃຈວ່າອະຄະຕິຄືຄວາມລຳອຽງທີ່ຜິດຜ້ຽນຈາກຄວາມເປັນຈິງ ເພາະຄວາມຊັງຂອງຄົນໜຶ່ງຕໍ່ຄົນອື່ນ. ຍ້ອນຄວາມຊັງ ຄວາມບໍ່ມັກ 

ແຕ່ຄວາມຈິງແລ້ວ ອະຄະຕິບໍ່ມີພຽງແຕ່ຄວາມລຳອຽງເພາະຊັງ ແຕ່ວ່າມັນຍັງລວມເອົາສິ່ງອື່ນດ້ວຍ ໂດຍມີ 4 ປະການດັ່ງນີ້:

1. ລຳອຽງເພາະຄວາມຮັກ

2. ລຳອຽງເພາະຄວາມຊັງ

3. ລຳອຽງເພາະຄວາມຫລົງ

4. ລຳອຽງເພາະຄວາມເກງກົວ

Share:

ຈັກ 4 ຄືກົງລ້ໍທີ່ນຳໄປສູ່ຄວາມຈະເຣີນ

 ທຸກຄົນເກີດມາໃຜກໍຢາກຫລືໃຝ່ຝັນຄວາມຈະເຣີນຮຸ່ງເຮືອງ ບໍ່ວ່າຈະເປັນການຮຽນ, ການເຮັດວຽກ ຫລືຕະຫລອດຊີວິດຄອບຄົວ ແຕ່ຈະເຮັດແນວໃດຈິ່ງຈະເຮັດໃຫ້ຕົນເອງມີຄວາມຈະເຣີນສົມດັ່ງຄວາມປາດຖະໜາ. ພຣະພຸດທະເຈົ້າ ພຣະອົງຕຣັດໄວ້ມູນເຫດທີ່ຈະພາໃຫ້ຄົນໄປສູ່ຄວາມຈະເຣີນນັ້ນຄືຕ້ອງອາໄສ ຈັກ 4 ປະການຄື:

    1. ປະຕິຣູປະເທສະວາສະ        ຢູ່ໃນປະເທດອັນສົມຄວນ

    2. ສັບປຸຣິສູປັດສະຍະ            ຄົບສັດຕະບຸຣຸດ

    3. ອັດຕະສຳມາປະນິທິ        ຕັ້ງຕົນໄວ້ຊອບ

    4. ປຸບເພກະຕະປຸນຍະຕາ    ຄວາມເປັນຜູ້ມີບຸນວາດສະໜາ (ຄືກະທຳຄວາມດີມາໄວ້ໃນປາງກ່ອນ)

ການຢູ່ໃນປະເທດອັນສົມຄວນໝາຍເຖິງການຢູ່ໃນສະຖານທີ່ ທີ່ເໝາະສົມ ເຊິ່ງມີສັດຕະບຸຣຸດ (ຄົນດີມີສິນທຳ) ອາໄສຢູ່ ເພາະການມີສັດຕະບຸຣຸດອາໄສຢູ່ ເຮົາກໍຈະໄດ້ອາໄສຄຳສອນຫລືຄຳແນະນຳຂອງທ່ານ. ເມື່ອເຮົາມີຄວາມຮູ້ແລະໄດ້ຮັບຟັງຄຳສັ່ງສອນຂອງທ່ານ ເຮົາກໍຈະຕັ້ງຕົນໄວ້ຊອບ. ເວລາເຮົາຍັງນ້ອຍເຮົາມີພໍ່ແມ່ ຄູບາອາຈານ ເປັນສັດຕະບຸຣຸດຂອງເຮົາ ແລະເວລາໃຫຍ່ມາເຮົາກໍຄວນມີສັດຕະບຸຣຸດເປັນທີ່ເພິ່ງອາໄສ. ແຕ່ຫາກເຮົາເປັນຄົນທີ່ມີບຸນວາດສະໜາມາກ່ອນກໍຍິ່ງຈະເຮັດໃຫ້ເຮົາມີຄວາມຈະເຣີນຮຸ່ງເຮືອງຫລາຍຍິ່ງຂື້ນ.

ຄົນສ່ວນຫລາຍບໍ່ມັກໃຫ້ຜູ້ອື່ນສອນ ໂດຍສະເພາະຜູ້ນ້ອຍສອນຜູ້ໃຫຍ່ຍິ່ງຮ້າຍແຮງ. ຄວາມເປັນຈິງບໍ່ວ່າຈະເປັນຜູ້ນ້ອຍຫລືຜູ້ໃຫຍ່ ຖ້າຄົນນັ້ນຫາກມີຄວາມຮູ້ ຄູ່ຄຸນນະທຳແລ້ວ ເຮົາກໍຄວນຟັງດ້ວຍຄວາມເຄົາຣົບ ເພາະການຟັງທີ່ດີຍ່ອມຈະໃຫ້ເກີດປັນຍາ. ການຈະຟັງຜູ້ໃດນັ້ນ ມີຫລັກຢູ່ 2 ຂໍ້ຄື:  ຜູ້ນັ້ນມີຄວາມຮູ້ຄວາມສາມາດ ຫລືມີປະສົບການມາກ່ອນ ແລະ ຜູ້ນັ້ນເປັນຄົນດີ ຫວັງດີຕໍ່ເຮົາ ຫລືຢ່າງໜ້ອຍກໍບໍ່ມີໄດ້ມີເສຍກັບການເຮົາ (ເປັນກາງ). 

-----------------

Share:

ສາມັນລັກສະນະ

ສາມັນລັກສະນະ ຫລື ພຣະ ໄຕຣລັກສະນະແມ່ນຫຍັງ? ມີຈັກຢ່າງແລະມີຄວາມສຳຄັນແນວໃດ? ປຸຖຸຊົນພວກເຮົາຈະເຫັນພຣະໄຕຣໄດ້ແນວໃດ? ຖ້າເຫັນແລ້ວຈະມີຜົນດີແນວໃດ?

ໄຕຣລັກສະນະ 

ຄືຄວາມມີລັກສະນະຄ້າຍຄືກັນແຫ່ງສັງຂານ ຫລືສັບພະສິ່ງໃນໂລກ, ຖ້າຈະແປວ່າຄວາມີລັກສະນະທຳມະດາກໍບໍ່ຜິດ:

    1. ອະນິດຈະຕາ (ອະນິດຈາ)        ຄວາມເປັນຂອງບໍ່ທ່ຽງ

    2. ທຸກຂະຕາ (ທຸກຂ໌)                ຄວາມເປັນທຸກ (ທົນຢູ່ບໍ່ໄດ້)

    3. ອະນັດຕະຕາ (ອະນັດຕາ)       ຄວາມເປັນຂອງບໍ່ແມ່ນຕົວຕົນ (ບໍ່ແມ່ນເຮົາ, ບໍ່ແມ່ນເຂົາ)

                                                    ຮູບ: ຄົນແກ່ກໍເຄີຍເປັນຄົນໜຸ່ມມາກ່ອນ
                                                    Cr. posttoday.com

ສັງຂານທັງຫລາຍ ບໍ່ວ່າຈະມີວິນຍານຫລືບໍ່ມີວິນຍານເຊັ່ນ: ຄົນ, ສັດ, ວັດຖຸສິ່ງຂອງຕ່າງໆຍ່ອມບໍ່ທ່ຽງ ມີຄວາມຜັນແປໄປເປັນທຳມະດາ, ເປັນທຸກ ບໍ່ສາມາດຄົງສະພາບດັ່ງເດີມໄວ້ໄດ້ ແລະບໍ່ແມ່ນຕົວແມ່ນຕົນ ບໍ່ແມ່ນເຮົາ ແມ່ນເຂົາ. ສະນັ້ນ ຈະບັງຄັບບັນຊາບໍ່ໄດ້.  ການຮັບຮູ້ພຣະໄຕລັກຂອງຄົນເຮົາສາມາດແບ່ງໄດ້ຫລາຍລະດັບ ຂື້ນກັບລະດັບປັນຍາຂອງແຕ່ລະຄົນ. ສຳລັບຄົນທຳມະດາ ກໍສາມາດຮູ້ໄດ້ເຊັ່ນ: ອ່ານໜັງສື, ສູດມົນ ຫລື ສັງເກດເຫັນສິ່ງຂອງຫລືສະພາບແວດລ້ອມອ້ອມຕົວມີການເກີດຂື້ນ ຕັ້ງຢູ່ ແລະດັບໄປ.  ການຮູ້ແບບນີ້ເປັນພຽງຄວາມຮູ້ໃນລະດັບການຮຽນ, ການຟັງ, ການຄິດ, ການສັງເກດ ຫລືຈະເອີ້ນວ່າເປັນຄວາມຮູ້ແບບຜິວເຜີນກໍວ່າໄດ້.

ການເຫັນພຣະໄຕຣລັກຈາກພາວະນາປັນຍາ ເຊິ່ງເກີດຈາກການປະຕິບັດວິປັດສະນາກຳມະຖານເປັນການເຫັນພຣະໄຕຣລັກຢ່າງແທ້ຈິງ, ເຂົ້າໃຈຢ່າງທ່ອງແທ້ ແລະຫາຍຄວາມສົງໄສ. ສາມາດລະຄວາມຢືດໝັ້ນຖືວ່າໝັ້ນວ່າງຮ່າງກາຍຂອງເຮົາກໍດີ ຂອງຜູ້ອື່ນກໍດີບໍ່ແມ່ນຕົວແມ່ນຕົນ ບໍ່ແມ່ນເຮົາບໍ່ແມ່ນເຂົາ ມັນເປັນພຽງແຕ່ທາດ 4 ຂັ້ນ 5 ປະກອບກັນເປັນຮູບເທົ່ານັ້ນ (ລະສັກກາຍະທິດຖີ). ບຸກຄົນໃດເຫັນພຣະໄຕຣລັກໃນຂັ້ນນີ້ຈະກ້າວເປັນພຣະອະຣິຍະບຸກຄົນ (ພຣະໂສດາບັນ) ໄດ້ຢ່າງແນ່ນອນ. ຢາກເຫັນພຣະໄຕຣລັກໃນຂັ້ນນີ້ຕ້ອງປະຕິບັດ ວິປັດສະນາກຳມະຖານ ຈິ່ງຈະເຫັນໄດ້.

-----------------


Share:

ອະກຸສົນມູນ

 ອະກຸສົນມູນແມ່ນຫຍັງ? ມີຄວາມສຳຄັນແນວໃດ? ອະກຸສົນມູນ ຫລືກິເລດ 3 ຕົວຄືຮາກເຫງົ້າຂອງຄວາມຊົ່ວທັງຫລາຍທີ່ນອນຢູ່ໃນໃຈຂອງສັບພະສັດ. ຖ້າມີກິເລດ 3 ຕົວນີ້ແລ້ວ ເຖິງບໍ່ໄດ້ເວົ້າກໍຕາມ ບໍ່ໄດ້ກະທຳກໍຕາມ ຄວາມຊົ່ວກໍຍັງເກີດຂື້ນໄດ້ ແລະເປັນຫົນທາງໃຫ້ສັດທັງຫລາຍໄປຕົກ ອະບາຍຍະພູມ (ນະຣົກ, ເປດ, ອະສຸຣະກາຍ ສັດເດຍລະສານ). ຖ້າບຸກຄົນໃດລະກິເລດ 3 ຕົວນີ້ ຍ່ອມປິດປະຕູອະບາຍຍະພູມ ຄວາມສຸກຍ່ອມເກີດຂື້ນແລະບັນລຸມັກ ຜົນ ນິພານໃນທີ່ສຸດ.


    1. ໂລພະ    ຄວາມຢາກໄດ້

    2. ໂທສະ    ຄວາມຄິດທຳຮ້າຍຜູ້ອື່ນ

    3. ໂມຫະ    ຄວາມຫລົງ 

    ໂລພະ ຄືຄວາມຢາກໄດ້ຈົນໄຮ້ສະຕິ ບໍ່ສົນວ່າຈະຖືກຫລືຜິດ ຈະກະທຳທຸກຢ່າງຂໍພຽງຫ້ໄດ້ສິ່ງນັ້ນມາ ຈົນເປັນເຫດໃຫ້ກະທຳຊົ່ວແລະມີຄວາມເຫັນແກ່ຕົວ (ແຕ່ຄວາມຢາກໄດ້ທີ່ບໍ່ຜິດສີລະທຳນັ້ນຖືວ່າບໍ່ເປັນຫຍັງ).

    ໂທສະ ຄືຄວາມຄິດຄຽດແຄ້ນ ຄິດຢາກແກ້ແຄ້ນ ຫລືທຳຮ້າຍຜູ້ອື່ນທີ່ເຮັດໃຫ້ຕົນເອງ ຫລື ຂັດຂວາງຜົນປະໂຫຍດຕົນເອງ ຈິ່ງໄປສູ່ການກະທຳຊົ່ວສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນ.

    ໂມຫະ ຄືຄວາມຫລົງ ຄວາມບໍ່ຮູ້ຄວາມຈິງ ເຫັນຜິດຈາກທຳນອງຄອງທຳ ເຫັນຜິດເປັນຖືກ ເຫັນຖືກເປັນຜິດ (ເຫັນກົງຈັກເປັນດອກບົວ) ຂາດສະຕິ.

    ຖ້າຢາກກຳຈັດ ອະກຸສົນ ຫລື ກິເລດ 3 ຕົວນີ້ຕ້ອງມີ ທານ ສິນ ພາວະນາ ເພາະວ່າທານຈະກຳຈັດໂລພະ, ສິນຈະກຳຈັດໂທສະ ແລະພາວະນາຈະກຳຈັດໂມຫະ.

ສ່ວນ ກຸສົນມູນ ນັ້ນຄືຮາກເຫງົ້າຂອງຄວາມດີ. ຖ້າບຸກຄົນໃດຫາກກຳຈັດໂລພະ ໂທສະ ໂມຫະ ດ້ວຍບຸກກິຣິຍາວັດຖຸ 3 ຄື ທານ ສິນ ພາວະນາແລ້ວ ຍ່ອມເປັນບຸກຄົນຜູ້ປະກອບດ້ວຍກຸສົນມູນ 3 ຢ່າງ:

    1. ອະໂລພະ    ບໍ່ຢາກໄດ້

    2. ອະໂທສະ    ບໍ່ຄິດປອງຮ້າຍ, ທຳຮ້າຍຜູ້ອື່ນ

    3. ອະໂມຫະ    ບໍ່ຫລົງ

#ກຸສົນມູນ 3
#ບຸນກິຣິຍາວັດຖຸ 3
#ກິເລດ
#ອະບາຍຍະພູມ

-----------------------

Share:

ໄຫວ້ພຣະຮັບສິນ

 ການໄຫວ້ພຣະຮັບສິນຕ້ອງມີຂັນ 5 (ທຽນ 5 ຄູ່ ດອກໄມ້ 5 ຄູ່) ໄຕ້ທຽນ ແລ້ວຂາບລົງ 3 ເທື່ອ ແລ້ວເລີ່ມພິທີ

1. ສັກເຄເທວະດາ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ  (ວ່າ 3 ເທື່ອ)

ສະມັນຕາ ຈັກກະວາເຣສຸ ອັດຕຣາຄັດສັນຕຸ ເທວະຕາ ສັດທຳມັງ ມຸນີຣາຊັດສະ ສຸນັນຕຸ ສັກຄະໂມກຂະທັງ 
ສັກເຄ ກາເມ ຈະຣູເປ ຄິຣິສິຂະຣະຕະເຕ ຈັນຕະ ຣິກເຂວິມາເນ ທິເປ ຣັຕເຖ ຈະຄາເມ ຕະຣຸວະ ນະຄະຫະເນ ເຄຫະວັດຖຸມຫິ ເຂດເຕພຸມມາ ຈາຍັນຕຸ ເທວາ ຊະລະຖະລະວິສະເມ ຍັກຂະ ຄັນທັບພະນາຄາ ຕິຕຖັນຕາ ສັນຕິເກຍັງ ມຸນີວະຣະວະຈະນັງ ສາທະໂວເມ ສຸນັນຕຸ

ທຳມັດສະວະນະກະໂລ ອາຍຳພະທັນຕາ
ທຳມັດສະວະນະກະໂລ ອາຍຳພະທັນຕາ
ທຳມັດສະວະນະກະໂລ ອາຍຳພະທັນຕາ

(ຂາບລົງ)

2. ຄຳບູຊາແລະໄຫວ້ພຣະຣັຕຕະນະໄຕຣ

ອິມິນາ  ສັກກາເຣນະ  ຕັງ  ພຸທທັງ  ອະພິປູຊະຍາມະ 
ອະຣະຫັງ  ສຳມາສຳພຸດໂທ  ພະຄະວາ  ພຸດທັງ  ພະຄະວັນຕັງ ອະພິວາເທມິ (ຂາບລົງ)
ອິມິນາ  ສັກກາເຣນະ  ຕັງ  ທຳມັງ  ອະພິປູຊະຍາມະ

ສວາກຂາໂຕ  ພະຄະວະຕາ  ທຳໂມ  ທຳມັງ  ນະມັດສະມິ (ຂາບລົງ)
ອິມິນາ  ສັກກາເຣນະ  ຕັງ  ສັງຄັງ  ອະພິປູຊະຍາມະ
ສຸປະຕິປັນໂນ  ພະຄະວະໂຕ  ສາວະກະສັງໂຄ  ສັງຄັງ  ນະມາມິ. (ຂາບລົງ)

3. ຄຳໄຫວ້ພຣະພຸທທະເຈົ້າ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ  (ວ່າ 3 ເທື່ອ)

4. ໄຕຣສາຣະນະຄົມ

              ພຸດທັງ  ສະຣະນັງ  ຄັດສະມິ
              ທຳມັງ  ສະຣະນັງ  ຄັດສະມິ
               ສັງຄັງ  ສະຣະນັງ  ຄັດສະມິ
ທຸຕິຍຳປິ   ພຸດທັງ  ສະຣະນັງ  ຄັດສະມິ
ທຸຕິຍຳປິ   ທຳມັງ  ສະຣະນັງ  ຄັດສະມິ
ທຸຕິຍຳປິ   ສັງຄັງ  ສະຣະນັງ  ຄັດສະມິ
ຕະຕິຍຳປິ ພຸດທັງ  ສະຣະນັງ  ຄັດສະມິ
ຕະຕິຍຳປິ ທຳມັງ  ສະຣະນັງ  ຄັດສະມິ
ຕະຕິຍຳປິ  ສັງຄັງ  ສະຣະນັງ  ຄັດສະມິ  
(ຂາບລົງ)

5. ວັນທາໃຫຍ່ 

ອຸກາສະ ວັນທາມິ ພັນເຕ ເຈຕິຍັງ ສັບພັງ ສັບພັດຖະ ຖາເນ ສຸປະຕິດຖິຕັງ ສາຣີຣິກະທາຕຸ ມະຫາໂພທິງ ພຸດທະຣູປັງ ສັກາຣັງ ສະທາ ວະຈະສາ ມະນະສາ ເຈວະ ວັນທາ ເມ ເຕ ຕະຖາຄະເຕ  ສະຍາເນ ອາສະເນ ຖາເນ ຄະມະເນ  ຈາປິ  ສັບພະທາ. 
(ຂາບລົງ)


6. ວັນທານ້ອຍ 

ອຸກາສະ ວັນທາມິ ພັນເຕ ສັບພັງ ອະປະຣາທັງ ຂະມະຖະ ເມ ພັນເຕ ມະຍາກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັບພັງ ສາມິນາກະຕັງ ປຸນຍັງ ໄມຫັງ ທາຕັບພັງ ສາທຸ ສາທຸ ອະນຸໂມທາມິ. (ຂາບລົງ)

7. ຄຳອາຣາດທະນາສິນ 5

ມະຍັງ ພັນເຕ ວິສຸງ ວິສຸງ ລັກຂະນັດຖະຍະ
ຕິສະລະເນນະ ສະຫະປັນຈະ ສີລະນິຢາຈາມິ

ທຸຕິຍຳປິ ມະຍັງ ພັນເຕ ວິສຸງ ວິສຸງ ລັກຂະນັດຖະຍະ
ຕິສະລະເນນະ ສະຫະປັນຈະ ສີລະນິຢາຈາມິ

ຕາຕິຍຳປິ ມະຍັງ ພັນເຕ ວິສຸງ ວິສຸງ ລັກຂະນັດຖະຍະ
ຕິສະລະເນນະ ສະຫະປັນຈະ ສີລະນິຢາຈາມິ (ຖ້າຫາກຄົນວ່າ ມະ)

ອັນດັບຕໍ່ໄປພຣະເພິ່ນຈະພາກ່າວໄຕຣສາຣະນະຄົມ ... ສຸດແລ້ວໃຫ້ກ່າວວ່າ ອາມະພັນເຕ ແລ້ວວ່າຮັບສິນ

1. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ   (ເວັ້ນຈາກການຂ້າສັດ-ມະນຸດ)
2. ອິທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ  (ເວັ້ນຈາກການລັກຊັບ)
3. ກາເມສຸມິດສາຈະຣາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການປະພຶດຜິດໃນການ-ຫລີ້ນຊູ້)
4. ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ  (ເວັ້ນຈາການເວົ້າຕົວະ, ຄຳຫຍາບ, ຄຳສຽດສີ...)
5. ສຸຣາເມຣະຍະມັດຊະ ປະມາທັດຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກນ້ຳເມົາ)

ຈາກນັ້ນ, ພຣະຈະມວນສິນ (ອິມານິ ປັນຈະສິກຂາ....)
ເມື່ອຈົບແລ້ວ, ເຮົາກໍຮັບວ່າ ສາທຸ ອາມະພັນເຕ.

                ຮູບ: ຍ່າທານ ໜູຜ່ອຍ ວົງຄຳຈັນ (ສິດຮຸ່ນສຸດທ້າຍຂອງອະດີດອົງສົມເດັດພຣະລູກແກ້ວ ຄູນ ມະນີວົງສ໌) 
                                    ກຳລັງໃຫ້ສິນແກ່ອອກຕົນຍາດໂຍມໃນມື້ຕັກບາດເຂົ້າພັນສາ

#ຍາທ່ານ ໜູຜ່ອຍ ວົງຄຳຈັນ
#ໄຫວ້ພຣະ
#ຮັບສິນ
------------------

Share:

ອະນິສົງຂອງການຟັງທຳ

#ທັມມັສສະວະນານິສົງ 

ຄືອະນິສົງຂອງການຟັງທັມມີ 5 ຢ່າງ:

   1.  ຜູ້ຟັງຍ່ອມໄດ້ຟັງສິ່ງທີ່ບໍ່ເຄີຍໄດ້ຟັງ

    2.  ສິ່ງໃດເຄີຍຟັງແລ້ວແຕ່ບໍ່ເຂົ້າໃຈ ຍ່ອມເຂົ້າໃຈສິ່ງນັ້ນ

    3.  ບັນເທົາຄວາມສົງເສຍໄດ້ (ຫາຍສົງໄສ)

    4.  ທຳຄວາມເຫັນໃຫ້ຖືກຕ້ອງ

    5.  ຈິດຂອງຜູ້ຟັງຍ່ອມຜ່ອງໃສ

    ການຕັ້ງໃຈຟັງທັມ ຈິດຂອງຜູ້ຟັງຍ່ອມສະຫງົບ ປາສະຈາກການກະທຳທຸຈະຣິດ 3 (ກາຍທຸຈະຣິດ, ວາຈີທຸຈະຣິດ ແລະມະໂນທຸຈະຣິດ) ເປັນການຮັກສາສິນ, ຈະເຣີນສະມາທິ ແລະເພີ່ມພູນປັນຍາໄປໃນໂຕ.  ດັ່ງນັ້ນ, ບໍ່ວ່າທ່ານຈະຟັງທັມດ້ວຍຈຸດປະສົງໃດກໍຕາມຍ່ອມເປັນຜົນດີແກ່ຊີວິດຂອງຜູ້ຟັງໂດຍປະຣິຍາຍ.

                              ຮູບ:  ສາມະເນນ ອາຕີ ແສງດາຣາ ກຳລັງເທສະໜາທັມ
                              Cr. Hongsa Boriboun

#ຈຸດປະສົງຂອງການຟັງທັມ

    1.  ຟັງເພື່ອເອົາບຸນ ຄືຕັ້ງໃຈຟັງຈະເຂົ້າໃຈບໍ່ເຂົ້າໃຈກໍຕາມກໍໄດ້ບຸນເພາະການຕັ້ງໃຈຟັງເປັນການຮັກສາສິນໄປໃນຕົວ.

    2.  ຟັງເພື່ອໃຫ້ໄດ້ຄວາມຮູ້ ຄືຕ້ອງຟັງໃຫ້ລະອຽດເລິກເຊິ່ງ ທຳຄວາມເຂົ້າໃຈແລະມີການຈົດບັນທຶກໄວ້ເພື່ອບໍ່ໃຫ້ລື່ມ

    3.  ຟັງເພື່ອເປັນອຸປະນິດໄສ-ປັດໄຈ ຄືຟັງພໍສ້າງນິດໄສໃຫ້ເປັນຄົນຟັງທັມ ຈະຕັ້ງໃຈຟັງເລັກໆໜ້ອຍ 

    4.  ຟັງເພື່ອປະຕິບັດ ໂດຍການກຳນົດສຽງກະທົບທີ່ຫູ (ເວລາໄດ້ຍິນສຽງ ກຳນົດວ່າຍິນໜໍ ຍິນໜໍ) ຕາມສະຕິປັດຖານ

    5.  ຟັງເພື່ອອຸທິດສ່ວນບຸນກຸສົນ ຄືຕ້ອງການອຸທິດສ່ວນກຸສົນໄປໃຫ້ຍາຕິພີ່ນ້ອງທີ່ຕາຍໄປ

    6.  ຟັງເພື່ອກວດກາເບິ່ງຜົນຂອງການປະຕິບັດ (ໂດຍສະເພາະຟັງເທສະນາກ່ຽວກັບລະດັບວິປັສສະນາຍານ)

------------------------

Share:

ທຸກະ ຄືໝວດທັມມະ 2 ຢ່າງ

 

1.  ທຳມີອຸປະກາຣະຫລາຍ 2 ຢ່າງ

     1)  ສະຕິ             ຄວາມລະນຶກໄດ້
     2)  ສຳປະຊັນຍະ  ຄວາມຮູ້ສຶກຄີງ

          ສະຕິ ຊ່ວຍຄົນເຮົາບໍ່ປະມາດ ເຜີຕົວ ບໍ່ວ່າຈະເຮັດຫຍັງ, ເວົ້າຫຍັງ, ຄິດຫຍັງກະມີສະຕິຢູ່ທຸກເວລາ.
          ສຳປະຊັນຍະ ຊ່ວຍເຕື່ອນຄົນເຮົາໃຫ້ຮູ້ສຶກຕົວໃນການປະພຶດທາງກາຍ, ວາຈາ ແລະໃຈຖືກຕ້ອງ ບໍ່ເສຍຫາຍ.
          ບຸກຄົນໃດມີສຳປະຊັນຍະຢູ່ຕະຫລອດເວລາ ຈະກະທຳອັນໃດຍ່ອມມີຄວາມຜິດພາດໜ້ອຍ.
          ທຳສອງຢ່າງນີ້ຊ່ວຍປະຄັບປະຄອງໃຫ້ຄົນເຮົາມີຄວາມຈະເຣີນງອກງາມໃນທາງໂລກແລະທາງທຳ.

2.  ທຳຄຸ້ມຄອງໂລກ 2 ຢ່າງ

     1)  ຫິຣິ              ຄວາມລະອາຍແກ່ໃຈ
     2)  ໂອດຕັບປະ     ຄວາມເກງຢ້ານ

           ຫິຣິ  ຄືຄວາມລະອາຍໃຈທີ່ຈະກະທຳ (ທຸຈະຣິດ) ຄວາມຊົ່ວທັງປວງ.
           ໂອດຕັບປະ  ຄືຄວາມຢ້ານຕໍ່ບາບທຸກຈະຣິດ (ທຸຈະຣິດວິບາກ) ອັນເກີດຈາກການປະພຶດຊົ່ວທັງປວງ.
           ບຸກຄົນຫລືສັງຄົມໃດມີທຳສອງຢ່າງນີ້ແລ້ວຍ່ອມມີຄວາມສະຫງົບສຸກ ເພາະຈະບໍ່ໄປກໍ່ໄພກໍ່ເວນໃຫ້ກັບຄົນອື່ນ
           ຖ້າຫາກທຸກຄົນພາກັນປະພຶດທຳສອງຢ່າງນີ້ ໂລກນີ້ກໍຈະບໍ່ມີຄວາມຂັດແຍ່ງແລະສົງຄາມ.

3.  ທຳທີ່ພາໃຫ້ງາມ 2 ຢ່າງ

     1)  ຂັນຕິ            ຄວາມອົດທົນ
     2)  ໂສຣັດຈະ      ຄວາມສະຫງ່ຽມຄ່ຽມຄົມ

          ຂັນຕິ ຄືຄວາມອົດທົນຕໍ່ຄວາມທຸກລຳບາກທາງກາຍ ແລະທາງໃຈຄືການປະສົບກັບອາຣົມທີ່ບໍ່ເພິ່ງປາດຖະໜາ
                   (ຄວາທຸກໃຈ ຄັບແຄ້ນໃຈ ຄວາມເສົ້າໂສກ ເສຍໃຈ...)
          ໂສຣັດຈະ ຄືຄວາມສະຫງ່ຽມ ເບີກບານ ບໍ່ວິຕົກັງວົນ ວິພາກວິຈານ ກັບການໝິ່ນປະມາດຂອງຄົນອື່ນ.
          ຜູ້ໃດມີທຳສອງຢ່າງນີ້ຈະເຮັດໃຫ້ເປັນຄົນສຸຂຸມເຢືອກເຢັນ ສະຫງ່າຜ່າເຜີຍ ແລະໄດ້ຮັບການຍົກຍ້ອງຈາກຄົນອື່ນ.

4.  ບຸກຄົນຫາໄດ້ຍາກ 2 ຄົນ

      1)  ປຸບພະກາຣີ             ບຸກຄົນຜູ້ໃຫ້ອຸປະກາຣະຄົນມາກ່ອນ
      2)  ກະຕັນຍູກະຕະເວທີ  ບຸກຄົນຜູ້ໄດ້ຮັບອຸປະກາຣະຄຸນແລ້ວ ກັບຕອບແທນບຸນຄຸນຂອງທ່ານ

           ປຸບພະກາຣີ ບຸກຄົນຜູ້ຈະໃຫ້ການຊ່ວຍເຫລືອຄົນອື່ນດ້ວຍຄວາມຈິງໃຈ ໂດຍບໍ່ຫວັງຜົນຕອບແທນນັ້ນຫາໄດ້ຍາກ
           ເຊັ່ນດຽວກັນກັບກັນຕັນຍູກະຕະເວທີ ຜູ້ທີ່ໄດ້ຮັບການຊ່ວຍເຫລືອຂອງເພິ່ນແລ້ວ ຊິຕອບແທນບຸນຄຸນຂອງເພິ່ນທີ່
           ຊ່ວຍຕົນເອງນັ້ນກໍຫາຍາກ ໂດຍສະເພາະໃນສັງຄົມປະຈຸບັນຄວາມມີນ້ຳໃຈຂອງແຕ່ລະຄົນກໍປະກົດວ່າມີໜ້ອຍລົງ
           ທັງໆທີ່ຄວາມຈະເຣີນທາງດ້ານວັດຖຸແລະການສຶກສານັບມື້ນັບສູງຂື້ນ.

                              ງາມກາຍແລ້ວຕ້ອງງາມໃຈແຖມຕື່ມ ຄົນພົບເຫັນເຂົາບໍ່ລື່ມຊື່ເຈົ້າຈາເວົ້າຊື່ນຊົມ
                                                                   Cr. Facebook.com
   --------------------------------------
Share:

ຕິດຕາມທາງ Facebook Fan Page

ຫົວຂໍ້ທີ່ນິຍົມ

ສິ່ງທີ່ໄດ້ມາຍາກທີ່ສຸດໃນໂລກ

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນມະນຸດ ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດຫລາຍພັນເທົ່າ. ຍິ່ງເກີດເປັນມະນຸດແລ້ວຍັງ...

ເຊື່ອມຕໍ່ເວບໄຊອື່ນໆ

ເຊື່ອມຕໍ່ເວບໄຊອື່ນໆ
ເວບໄຊສອນພາສາອັງກິດ ແລະແຫຼ່ງຂ່າວສານອອນລາຍ

ບລັອກສຳຮອງຂອງ Laoguru.blogspot.com

ເວບໄຊຮຽນພາສາອັງກິດອອນລາຍສຳລັບທ່ານ

ຈຳນວນຄັ້ງເຂົ້າຊົມ